ງານຕະຫຼາດນັດສີມືແຮງງານ ໄດ້ມີການຈັດຂື້ນ ເພື່ອເປັນການຊຸກຍູ້ສົ່ງເສີມ ການຈັດຫາວຽກເຮັດງານທໍາໃຫ້ແກ່ກໍາລັງແຮງງານ ແລະ ສ້າງໂອກາດໃຫ້ຜູ້ອອກແຮງງານ ໄດ້ເຂົ້າເຖິງຂໍ້ມູນຂ່າວສານຕະຫຼາດແຮງງານຢ່າງກ້ວາງຂວາງ. ງານດັ່ງກ່າວໄດ້ຈັດຂື້ນໃນ ລະຫວ່າງ ວັນທີ 4 – 8 ພຶດສະພາ 2018 ນີ້ ທີ່ສູນການຄ້າລາວ - ໄອເຕັກ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານໃນພິທີເປີດ ຂອງ ທ່ານ ປະລີນຍາເອກ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີ ທ່ານ ສີຫູນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາຫົວຫນ້າພະແນກ, ສູນຝຶກວິຊາຊີບ, ຫົວໜ່ວຍທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ. ລໍາພອຍ ສີອັກຄະຈັນ ຫົວຫນ້າພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ງານຕະຫຼາດນັດແຮງງານປີ 2018 ນີ້, ໄດ້ມີຫ້ອງວາງສະແດງ ຫົວໜ່ວຍທຸລະກິດ, ຫົວໜ່ວຍການພະລິດ, ການບໍລິການ ແລະ ບໍລິສັດຈັດຫາງານ ເຂົ້າຮ່ວມ ເພື່ອໃຫ້ຄໍາແນະນໍາຂັ້ນຕອນການສະໝັກງານ, ການຈັດຈ້າງງານ ມີບັນດາສູນຝຶກວິຊາຊີບ, ວິທະຍາໄລຕ່າງໆ ມາສາທິດການຝຶກວິຊາຊີບ, ການແຂ່ງຂັນສີມືແຮງງານ ແລະ ແນະນໍາ ວິຊາສາຂາອາຊີບຮຽນ, ມີບັນດາການຈັດຕັ້ງທາງພາກລັດທີ່ກ່ຽວຂ້ອງກັບວຽກກແຮງງານ ມາແນະນໍາໃຫ້ຄວາມຮູ້, ກ່ຽວກັບກົດໝາຍແຮງງານ ລະບຽບການອອກແຮງງານ ດ້ານສະຫວັດດີການສັງຄົມ ເພື່ອໃຫ້ຊາວຜູ້ອອກແຮງງານ ໄດ້ຮັບຜົນປະໂຫຍດອັນສູງສຸດ ໃນການອອກແຮງງານ ພາຍໃນງານຍັງມີການວາງສະແດງ ແລະ ຂາຍສີຄ້າຫັດຖະກໍາ, ຜະລິດຕະພັນກະສິກໍາ, ຜະລິດຕະພັນພູມປັນຍາຊາວບ້ານ ເຂົ້າຮ່ວມ 150 ກວ່າຫົວໜ່ວຍ, ພ້ອມກັນນັ້ນຍັງມີ ບໍລິສັດ, ຫົວໜ່ວຍແຮງງານ, ໂຄງການລົງທືນ ທີ່ມີຄວາມຕ້ອງການແຮງງານບັນຈຸເຂົ້າຕໍາແໜ່ງງານຕ່າງໆ ທີ່ຍັງຫວ່າງເຖິງ 3,200 ກວ່າຕໍາແໜ່ງງານ.
ນອກນັ້ນ, ການຈັດງານຕະຫຼາດນັດແຮງງານຄັ້ງນີ້ ຍັງເປັນການສ້າງໂອກາດໃຫ້ສູນຝຶກວິຊາຊີບ ແລະ ຜູ້ທີ່ຕ້ອງການຝຶກເພື່ອນຍົກລະດັບສີມືແຮງງານຂອງຕົນ ໄດ້ພົບປະກັນເພື່ອຂື້ນທະບຽນການຝຶກ, ສ້າງໂອກາດໃຫ້ຜູ້ພະລິດສີນຄ້າໄດ້ວາງສະແດງຜະລິດຕະພັນ ທີ່ສະແດງໃຫ້ເຫັນເຖິງສີໄມ້ລາຍມື ແລະ ຄວາມສາມາດຂອງແຮງງານລາວ, ພິເສດ ພາຍໃນງານຍັງຈະມີການການແຂ່ງຂັນສີມືແຮງງານ, ການແກະສະຫຼັກໝາກໄມ້ ແລະ ກິດຈະກໍາອື່ນໆ ການຖາມ-ຕອບຄວາມຮູ້ດ້ານກົດຫມາຍແຮງງານ, ການສາຍວິດີໂອ ສາລະຄະດີທ່ອງທ່ຽວລາວ ແລະ ກິດຈະກໍາຕ່າງໆ ຕະຫຼອດການດໍາເນີນງານອີກດ້ວຍ ງານດັ່ງກ່າວ ຈະໄດ້ດໍາເນີນໄປຈົນເຖິງ ວັນທີ 8 ພືດສະພາ ຈີ່ງໄດ້ປຶດລົງ ຄາດວ່າ ຕະຫລາດໄລຍະ 5 ວັນ ຈະມີຜູ້ເຂົ້າຮ່ວມງານ ເປັນຈໍານວນຫລວງຫລາຍ ໂດຍສະເພາະຊາວຜູ້ອອກແຮງງານ, ນັກຮຽນ-ນັກສຶກສາ ທີ່ກໍາລັງຊອກວຽກເຮັດງານທໍາ ແລະ ບຸກຄົນທົ່ວໄປ
Editor: ກຳປານາດ ລັດຖະເຮົ້າ