ນະຄອນຫຼວງວຽງຈັນ ກຳລັງຈັດຕັ້ງປະຕິບັດໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ນັບແຕ່ເຂດຫຼັກ 3 ເສັ້ນທາງທ່າເດື່ອໄປຫາ 3 ແຍກປາກປ່າສັກ ລວມໄລຍະທາງເກືອບ 3 ກິໂລແມັດ, ເພື່ອໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ, ອອກກຳລັງກາຍ, ສະຖານທີ່ຂາຍເຄື່ອງ ທີ່ລະນຶກ, ສະລອຍນ້ຳເດັກນ້ອຍ ແລະ ກາຍເປັນສວນພຶກສາ ທີ່ເຕັມໄປດ້ວຍທຳມະຊາດ ດອກໄມ້ນາໆຊະນິດ ທີ່ມີການຄຸ້ມຄອງຮັກສາໃຫ້ເປັນລະບຽບຈົບງາມ. ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ເປັນໂຄງການທີ່ລັດຖະບານກໍ່ຄືນະຄອນຫຼວງວຽງຈັນ ໃຫ້ຄວາມສຳຄັນພິເສດເພື່ອສົ່ງເສີມການການຄ້າພາຍໃນ ແລະ ການທ່ອງທ່ຽວເຂດແຄມຂອງ ໃຫ້ເປັນໄປຕາມແຜນຍຸດທະສາດຂອງການພັດທະນາ ໃນຊຸມປີ 2020-2030 ຄາດວ່າອີກ 2 ປີ ຂ້າງໜ້າໂຄງການດັ່ງກ່າວຈະສຳເລັດສົມບູນ.
ທ່ານ ບຸນຈັນ ແກ້ວສີທຳມະ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ, ຫົວໜ້າໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ກ່າວວ່າ: ໂຄງການພັດທະນາແຄມຂອງເຂດດອນຈັນ ແມ່ນໄດ້ເລີ່ມລົງມືມາແລ້ວ 1 ເດືອນ ກວ່າ, ວຽກງານສ່ວນໃຫຍ່ຍັງເປັນການບຸກເບີກ ໜ້າດິນ ຄຽງຄູ່ໄປກັບການກໍ່ສ້າງຕາຝັ່ງເຈື່ອນ ທີ່ເປັນໄລຍະທີ 2 ນັບແຕ່ 3 ແຍກປາກປ່າສັກ ລົງມາຫາຫຼັກ 3 ຖະໜົນທ່າເດື່ອ ເຊິ່ງໃນນີ້ກຸ່ມບໍລິສັດ ໂຄລາວ ກຣຸບ ໜຶ່ງໃນຜູ້ພັດທະນາໄດ້ຮັບເນື້ອທີ່ 1 ກິໂລແມັດ, ດ້ວມມູນຄ່າການລົງທຶນ 2 ລ້ານກວ່າໂດລາສະຫະລັດ ໄວ້ເປັນສະຖານທີ່ອອກກໍາລັງກາຍ, ຂາຍສິນຄ້າທີ່ລະນຶກ, ຜັກປອດສານພິດ, ສະຖານທີ່ຄົນຍ່າງ ແລະ ອື່ນໆ, ເຊັ່ນ: ດຽວກັບເຂດບໍລິເວນປາກປ່າສັກ ທີ່ຈະມີທັງສະຖານທີ່ຄົນຍ່າງຢູ່ເຂດລຸ່ມ, ສະລອຍນ້ຳເດັກນ້ອຍ ແລະ ນັກທ່ອງທ່ຽວຍັງຈະໄດ້ຊົມຄວາມງາມຂອງທຳມະຊາດ ຕາເວັນໃກ້ຈະຕົກດິນໃນເວລາຄ້ອຍຄ່ຳຍາມແລງ
ນອກຈາກນັ້ນ ກໍ່ຍັງຈະໃຊ້ເນຶ້ອທີ່ 10 ກວ່າເຮັກຕາ ພັດທະນາໃຫ້ເປັນສວນພຶກສາໃນຫາດດອນຈັນ ເຕັມໄປດ້ວຍດອກໄມ້ນາໆພັນ, ສະໝຸນໄພຕ່າງໆ ການພັດທະນາແມ່ນຈະບໍ່ແຕະຕ້ອງດິນຊາຍໃນຫາດ ຈະນຳເອົາດິນຊາຍ ແລະ ຫີນພູຈາກເຂດອື່ນ ມາກໍ່ສ້າງທັງໝົດ ໂຄງການພັດທະນາແຄມຂອງ ທີ່ມີກຳນົດໃຫ້ສຳເລັດ 2 ປີຂ້າງໜ້າ, ຄາດຈະໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະນະຄອນຫຼວງ ທີ່ມີມວນຊົນຈຳນວນຫຼາຍ ລວມທັງນັກທ່ອງທ່ຽວທີ່ເດີນທາງ ເຂົ້າ-ອອກ ທີ່ຈະມາທ່ຽວຊົມສະຖານທີ່ດັ່ງກ່າວ ແລະ ມີການໃຊ້ຈ່າຍເປັນເງິນ ໝູນວຽນຈຳນວນຫຼາຍໃນອະນາຄົດ.
ປັດຈຸບັນເຂດແຄມຂອງ ໂດຍສະເພາະບໍລິເວນບ້ານຂຸນຕາລົງມາປາກປ່າສັກ ແລະ ສ່ວນເຈົ້າອານຸວົງ ມີປະຊາຊົນທັງໄວກາງຄົນ ແລະ ຜູ້ສູງອາຍຸ ລວມທັງຕ່າງປະເທດໄດ້ມາຍ່າງອອກກຳລັງກາຍຍາມເຊົ້າ-ແລງ, ສຳລັບເຄື່ອງອອກກຳລັງກາຍຢູ່ສວນເຈົ້າອານຸວົງມີພຽງແຕ່ຄົນຈຳນວນໜ້ອຍເທົ່ານັ້ນທີ່ໄປອອກກຳລັງກາຍເພາະສ່ວນໃຫຍ່ແມ່ນອອກມາຍ່າງ ອອກກຳລັງກາຍໃນເຂດຕິດແຄມຂອງ, ຫາກມີການພັດທະນາຕາມແຜນໂຄງການຈະສ້າງຜົນປະໂຫຍດຢ່າງມະຫາສານ
Editor: ກຳປານາດ ລັດຖະເຮົ້າ