ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດປາຖະກະຖາວັນກໍາມະກອນສາກົນ ທີ່ໜູນວຽນມາບັນຈົບຄົບ ຮອບ 132 ປີ ກໍ່ຄື ( ວັນທີ 1 ພຶດສະພາ 1886- 2018 )ໂດຍການເປັນປະທານຂອງ ທ່ານ ບຸນມາ ໄຊຍະກູລາງ ຮອງເລຂາພັກເມືອງ, ປະທານແນວສ້າງຊາດເມືອງເຊໂປນ ທັງເປັນຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີບັນດາຫົວໜ້າ, ຄະນະຫ້ອງການພ້ອມດ້ວຍພະນັກງານລັດຖະກອນ, ທະຫານ, ຕໍາຫຼວດ, ຄູອາຈານເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ບຸນມາ ໄຊຍະກູລາງ ປະທານແນວລາວສ້າງຊາດເມືອງເຊໂປນ ໄດ້ໃຫ້ກຽດຂື້ນປາຖະກະຖາວັນສໍາຄັນດັ່ງກ່າວ ຊື່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງຊົນຊັ້ນກໍາມະກອນ ກໍ່ຄືຊາວຜູ້ອອກແຮງງານໃນທົ່ວໂລກ ທີ່ໄດ້ສາມັກຄີກັນຕໍ່ສູ້ຮຽກຮ້ອງສິດທິໃນການອອກແຮງງານ, ສິດທິໃນໜ້າທີ່ວຽກງານສະຫວັດດີການສັງຄົມ, ສິດທິໃນການຮໍ່າຮຽນ, ສິດທິໃນການພັກຜ່ອນແລະ ອື່ນໆ ຈາກພວກນາຍທຶນຈົນປະສົບຜົນສໍາເລັດຕະຫລອດມາ, ເວົ້າສະເພາະກໍ່ແມ່ນຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວແມ່ນມີບົດບາດສໍາຄັນໃນການພັດທະນາປະເທດຊາດ, ໂດຍມີພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງ ແລະ ນໍາພາທຸກໄຊຊະນະຈົນໄດ້ຮັບຜົນສໍາເລັດເປັນຂັ້ນໆຕະຫລອດມາ
ກອງປະຊຸມໃຫຍ່ ພັກຄອມມຸຍນິດສາກົນ ຄັ້ງທີ 2 ທີ່ນະຄອນຫລວງປາຣີ (ປະເທດຝຣັ່ງ) ໄດ້ຕົກລົງຮັບຮອງເອົາຂໍ້ກຳນົດ ຄື: ຊົນຊັ້ນກຳມະກອນ ຈົ່ງສາມັກຄີກັນເຂົ້າ ປະຕິບັດຕາມຄຳຂວັນ ທີ່ວ່າ: ກຳມະກອນເຮັດວຽກມື້ຫນຶ່ງ 8 ຊົ່ວໂມງ, 8 ຊົ່ວໂມງພັກຜ່ອນ ແລະ ອີກ 8 ຊົ່ວໂມງໄດ້ຮ່ໍາຮຽນຍົກລະດັບຄວາມຮູ້, ຄວາມສາມາດຂອງກຳມະກອນ. ເຊິ່ງໄດ້ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ ເຊິ່ງເປັນເຫດການທີ່ສຳຄັນ ແລະ ບາດລ້ຽວໃຫມ່ ໃຫ້ແກ່ຊົນຊັ້ນ ກຳມະກອນໃນທົ່ວໂລກ. ສະນັ້ນ, ວັນທີ 1 ພຶດສະພາຂອງທຸກໆປີ ຈິ່ງເປັນປາງບຸນໃຫຍ່ອັນສຳຄັນສຳລັບຊາວກຳມະກອນ, ຊົນຊັນກຳມະກອນ, ໃນທົ່ວໂລກຕ່າງກໍ່ຈັດງານສະເຫລີມສະຫລອງ ໄປພ້ອມໆກັນເພື່ອເຕົ້າໂຮມ ຄວາມສາມັກຄີ, ຮັກແພງ ແລະ ລຳລຶກເຖິງການຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດ ອັນຊອບທຳໃຫ້ກັບຕົນເອງ.
Editor: ກຳປານາດ ລັດຖະເຮົ້າ