ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຄຸນນະພາບວັດສະດຸກໍ່ສ້າງ ແລະ ເຄື່ອງໃຊ້ໄຟຟ້າ ແລະ ເອເລັກໂຕຣນິກ ທີ່ຜະລິດ ແລະ ນຳເຂົ້າມາຈຳໜ່າຍຢູ່ໃນ ສປປ ລາວ ໃນວັນທີ 30 ເມສາ 2018 ຜ່ານມາໂດຍໃຫ້ແມ່ນ ທ່ານ ບັນດິດ ສາດສະດາຈານ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະພາວິທະຍາສາດ ແຫ່ງຊາດ.
ໃນພິທີຖະແຫຼງ ທ່ານ ບັນດິດ ສາດສະດາຈານ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ປັດຈຸບັນນີ້ສັງຄົມໄດ້ມີຄວາມຮຽກຮ້ອງຕ້ອງການໃຫ້ເອົາໃຈໃສ່ຕໍ່ຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງ ໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ທີ່ນຳໃຊ້ຢູ່ໃນປະເທດເຮົາ, ພໍ່ແມ່ພີ່ນ້ອງປະຊາຊົນລາວ ທີ່ເປັນຜູ້ຊົມໃຊ້ໄດ້ມີໜັງສືສະເໜີ ຫຼື ໂທແຈ້ງສາຍດ່ວນຕໍ່ສະພາແຫ່ງຊາດ, ບັນດາຜູ້ປະກອບການ ກໍ່ໄດ້ມີໜັງສືສະເໜີຫາກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສື່ມວນຊົນຈຳນວນໜຶ່ງ ນັບທັງສື່ອອນລາຍກໍ່ໄດ້ສົ່ງຂ່າວກ່ຽວກັບການຈຳໜ່າຍ ແລະ ນຳໃຊ້ວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກຄຸນນະພາບຕໍ່າ ແລະ ບໍ່ໄດ້ມາດຕະຖານຢູ່ ສປປ ລາວ.
ສະນັ້ນເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງສັງຄົມທີ່ກ່າວມາຂ້າງເທິງນັ້ນ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈຶ່ງໄດ້ຊີ້ນຳໃຫ້ກົມມາດຕະຖານ ແລະ ວັດແທກ ປະສານສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງ ກະກຽມເງື່ອນໄຂດ້ານນິຕິກຳ, ພັດທະນາຊັບພະຍາກອນ ມະນຸດ, ສ້າງວິຊາການ ແລະ ກຽມພື້ນຖານໂຄງລ່າງ, ຫ້ອງທົດລອງ, ຫ້ອງກວດສອບເພື່ອຮອງຮັບ ວຽກງານກວດສອບດັ່ງກ່າວ. ພາຍຫຼັງມີຄວາມພ້ອມແລ້ວກໍ່ໄດ້ລາຍງານຂໍອະນຸມັດຈາກລັດຖະບານ ເພື່ອຈັດຕັ້ງປະຕິບັດການກວດກາຄຸນນະພາບວັດສະດຸກໍ່ສ້າງ, ເຄື່ອງໃຊ້ໄຟຟ້າ ແລະ ເຄື່ອງເອເລັກໂຕຣນິກ ໃນທົ່ວປະເທດ
Editor: ກຳປານາດ ລັດຖະເຮົ້າ