ສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດການແຂ່ງຂັນສີມືແຮງ ງານຊີງຂັນລາງວັນລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອເປັນການຕ້ອນຮັບວັນ ກຳມະກອນສາກົນ ຄົບຮອບ 132 ປີ ໄດ້ມີຂຶ້ນໃນທ້າຍເດືອນເມສາ ທີ່ສະໂມສອນ ສຳນັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໂດຍການເປັນປະທານ ຂອງ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສູນກາງສະຫະພັນກຳມະບານລາວ , ທ່ານ ບຸນທຽມ ໄຊສົງຄາມ ຄະນະສູນກາງກຳມະບານລາວ ປະທານສະຫະພັນກຳມະບານ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຮາກຖານ ແລະ ສະຫະພັນກຳມະບານ ຈາກຫ້ອງການ, ບັນດາກົມ, ລັດວິສາຫະກິດອ້ອມກະຊວງ ແລະ ພາກທຸລະກິດເອກະຊົນເຂົ້າຮ່ວມ.
ຈຸດປະສົງຂອງການແຂ່ງຂັນຄັ້ງນີ້ ເພື່ອເປັນການ ທົດສອບການຈັດຕັ້ງປະຕິບັດ ວຽກງານຂອງພະນັກງານ -ກຳມະກອນທີ່ຂຶ້ນກັບກະຊວງ ພະລັງງານ ແລະ ບໍ່ແຮ່ ໃນ ຂອບເຂດທົ່ວປະເທດ, ອີກ ຢ່າງໜຶ່ງກໍເພື່ອເປັນການແລກ ປ່ຽນຄວາມຮູ້ຄວາມສາມາດ ແລະ ປະສົບການຂອງອ້າຍ ນ້ອງພະນັກງານຂອງລັດວິສາ ຫະກິດ, ບໍລິສັດເອກະຊົນ, ໂຮງ ຮຽນ-ສະຖາບັນສຶກສາຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ກະຊວງພະລັງງານ ແລະ ບໍ່ແຮ່ ໂດຍຈຸດປະສົງເປົ້າໝາຍແມ່ນ ເພື່ອເປັນການຕ້ອນຮັບວັນກຳ ມະກອນສາກົນ ເພື່ອເປັນການ ແລກປ່ຽນຄວາມຮູ້-ຄວາມສາ ມາດລະຫວ່າງພະນັກງານ- ກຳມະກອນ ເພື່ອເປັນການ ພັດທະນາມາດຖານການຕິດຕາມ, ກວດກາການຕິດຕັ້ງລະບົບໄຟຟ້າພາກຈຳໜ່າຍໃຫ້ມີ ປະສິດທິພາບກວ່າເກົ່າ ທັງ ເປັນການເຕົ້າໂຮມຄວາມສາມັກຄີຂອງອ້າຍນ້ອງພະນັກ ງານ-ກຳມະກອນຂອງລັດວິສາ ຫະກິດທົ່ວກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ຮຽນຮູ້ ຄວາມສາມາດຂອງພະນັກງານ-ກຳມະກອນພາຍໃນຂະແໜງການສາມາດນຳເອົາຂໍ້ມູນສ່ວນນີ້ ເພື່ອເປັນການປັບປຸງ ແລະ ພັດທະນາບຸກຄະລາ ກອນຕື່ມອີກການແຂ່ງຂັນໄດ້ ແບ່ງອອກເປັນການແຂ່ງຂັນ ວຽກງານເຕັກນິກໃນການຕິດ ຕັ້ງບັນດາອຸປະກອນໄຟຟ້າ ແລະ ວຽກງານບໍລິຫານປະກອບມີ 4 ພາກ ຄື: ພາກແນວຄິດສ້າງສັນ ຫຼື ແນວຄິດສູ່ນະວັດຕະກຳ, ພາກພະລັງງານ (ແຂ່ງຂັນພາກເຕັກນິກ), ພາກບໍ່ແຮ່ ແລະ ພາກການແຂ່ງຂັນວຽກງານບໍລິຫານບຸກຄະລາກອນ.
Editor: ກຳປານາດ ລັດຖະເຮົ້າ