ໃນຕອນບ່າຍຂອງວັນທີ 29 ເມສາ 2018ນີ້ ບ້ານສີມຸງຄຸນ ແລະ ບ້ານຈອມແຈ້ງ ເມືອງຫົງສາ ແຂວງໄຊຍະບູລີ ຮ່ວມກັນຈັດງານແຂ່ງຂັນບັ້ງໄຟຫາງ ເນື່ອງໃນວັນວິສາຂະບູຊາເດືອນ 6 ເພັງປະຈໍາປີ ພສ 2561 ແລະ ເພື່ອຂໍ່ານັບຮັບຕ້ອນ ປີທອ່ງທ່ຽວລາວ 2018 ຂື້ນ, ຢູ່ທີ່ເດີ່ນບິນຂອງເມືອງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພອນສະຫັວນ ໄຊສົມພັນ ຮອງເຈົ້າເມືອງຫົງສາ ມີການນໍາຂອງເມືອງ, ສໍານັກງານຫ້ອງການ, ອໍານາດການປົກຄອງບ້ານ ເທດບານເມືອງ,ບໍລິສັດ,ລັດວິສາຫະກິດ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.
ງານບຸນບັ້ງໄຟຫາງ ໃນຄັ້ງນີ້ມີບັ້ງໄຟເຂົ້າຮ່ວມມແຂ່ງຂັນຊິງໄຊທັງໝົດ ມີ 66 ບັ້ງ, ໃນນັ້ນມາຈາກບ້ານ 50 ບັ້ງ, ມາຈາກສໍານັກງານຫ້ອງການ 16 ບັ້ງ, ຜົນການແຂ່ງຂັນ ບັ້ງໄຟທີ່ຈູດຂື້ນສູງກວ່າໝູ່ ຊະນະອັນດັບທີ 1 ແມ່ນຫອ້ງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທຽ່ວເມືອງຫົງສາ ໄດ້ຮັບລາງວັນເງີນສົດ 500.000 ກີບ, ອັນດັບທີ 2 ບັ້ງໄຟຂອງບ້ານວຽງແກ້ວ ໄດ້ຮັບລາງວັນເງີນສົດ 350.000 ກີບ, ແລະ ອັນດັບທີ 3 ບັ້ງໄຟຂອງບໍລິສັດ ບຸນເຕີມສິບປິງ ໄດ້ຮັບລາງວັນເງີນສົດ 300.000 ກີບ
ເພື່ອເປັນການຜູກແໜ້ນຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າ, ສ້າງບັນຍາກາດເນື່ອງໃນວັນບຸນວິສາຂະບູຊາ ເດືອນ 6 ເພັງ, ເປັນການຈູດບູຊາ ເທວະດາ ອາລັກ ມະເຫສັກຫຼັກເມືອງ ຂໍຟ້າຂໍຟົນ ໃຫ້ຕົກຖືກຕາມລະດູການ, ທັງເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນປີທອ່ງທ່ຽວລາວ 2018 ທັງສຶບຕໍ່ຈັດງານຕາມປະເພນີ ທີ່ເຄີຍປະຕິບັດກັນມາທຸກໆປີ,ຕິດພັນກັບການສ້າງກິດຈະກໍາ ສົ່ງເສີມການທ່ອງທຽ່ວ ຢູ່ພາຍໃນເມືອງ, ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ, ການຈັດງານດັ່ງກ່າວນີ້ ແມ່ນໄດ້ເລີ້ມມາແຕ່ປີ 2002 ເປັນຕົ້ນມາ ເຊິ່ງປີນີ້ກໍ່ເປັນປີທີ 17 ແລະ ເປັນປີທີ່ 2 ຢູ່ເດີ່ນບິນແຫ່ງນີ້.
ແຫລ່ງຂ່າວ ຈາກ ເມືອງຫົງສາ
Editor: ກຳປານາດ ລັດຖະເຮົ້າ