ທ້າຍເດືອນເມສາ 2018 ຜ່ານມາ ຄະນະບໍລິສັດທີທີແອວໄດ້ຈັດພິທີວາງສີລາລຶກ ເປີດການກໍ່ ສ້າງໂຮງງານແປ້ງມັນສະຄູ ຂື້ນທີ່ບ້ານກ້ວາຍໝໍ້ ເມືອງຄຳ, ແຂວງຊຽງຂວາງ ໂດຍພາຍໃຕ້ເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ, ມີ ທ່ານ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງເມືອງຄຳ, ມີ ທ່ານ ພານ ເຖ ເລືອງ ສະພາບໍລິຫານປະທານບໍລິສັດລາວທີທີແອວ, ມີພະແນກຫ້ອງການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມ.
ທ່ານ ຫງຽນ ບາຊີງ ອຳນວຍການໂຮງງານແປ້ງມັນສະຄູ ກໍ່ໄດ້ຂື້ນຜ່ານບົດລາຍງານໄດ້ກ່າວວ່າ: ໂດຍປະຕິບັດຕາມດຳລັດຂອງນາຍຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ກ່ຽວກັບການເປີດກ້ວາງສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາທຸລະກິດລົງທືນຢູ່ຕ່າງປະເທດໃນການພັດທະນາທາງດ້ານກະສິກຳ ແລະ ອຸດສະຫະກຳແບບຍືນຍົງ ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາບໍລິສັດລາວທີທີແອວໄດ້ຮັບການຈັດຕັ້ງຕາມ ດຳລັດເລກທີ່ 201 ລົງວັນທີ່ 16 ພະຈິກ 2011 ຂອງກະຊວງແຜນການ ແລະ ການລົງທືນໂດຍມີສໍານັກງານຕັ້ງຢູ່ບ້ານພະຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ກໍ່ໄດ້ສ້າງຕັ້ງໂຮງງານແຫ່ງທຳອິດ ຢູ່ ບ້ານໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ລວມມູນຄ່າການກໍ່ສ້າງທັງໝົດ 8 ລ້ານ 5 ແສນໂດລາສະຫາລັດ ສ້າງສະມັດຕະພາບໄດ້ 1.200-1.500 ໂຕ່ນຕໍ່ມື້ ແລະ 120.000-150.000 ໂຕ່ນຕໍ່ລະດູການ, ພ້ອມນັ້ນຍັງສາມາດ ລວມຍອດລາຍຮັບສົ່ງອອກໄດ້ເຖິງ 10-12 ລ້ານໂດລາຕໍ່ປີ, ທັງນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມຍົກສູງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃນການພັດທະນາເສດຖະກິດຄອບຄົວໃຫ້ນັບມື້ນັບດີຂື້ນເທື່ອລະກ້າວ. ຫຼັງຈາກນັ້ນ ບໍລິສັດກໍ່ຍັງໄດ້ຂະຫຍາຍໂຄງການປູກ ໝາກເຂົ້າ ຢູ່ທີ່ບ້ານດຸ່ງຄຳ ເມືອງຄຳ, ແຂວງຊຽງຂວາງ ໂດຍປະຊາຊົນມີສ່ວນຮ່ວມປູກ ແລະ ຮັບປະກັນປະສິດທິຜົນສູງ ສາມາດເກັບຊື້ໄດ້ເຖິງ 500-600 ຈົນຮອດປີ 2020 ຈະໃຫ້ໄດ້ຜະລິດຕະພັນໝາກເຂົ້າ ບັນລຸເຖິງ 6000-8000 ໂຕ່ນຕໍ່ລະດູການຜະລິດ.
ຈາກນັ້ນກໍ່ໄດ້ທົດລອງຂະຫຍາຍປູກມັນສະຄູ ເພື່ອເປັນແນວພັນ ເຫັນວ່າ ຄຸນລັກສະນະຂອງພູມອາກາດມີຄວາມເໝາະສົມ ໄດ້ຕາມລະດັບຄາດໝາຍຖືກຕ້ອງຕາມວິຊາການບັນລຸ ເຖິງ 80-1000 ໂຕ່ນຕໍ່ເຮັກຕ່າ, ໃນປະຈຸບັນທາງ ບໍລິສັດ ກໍາລັງຜັນຂະຫຍາຍເນື້ອທີດີນອອກໃຫ້ໄດ້ 1,000 ເຮັກຕາຕື່ມອີກ. ພ້ອມດຽວກັນນັ້ນກໍ່ໄດ້ມອບຂອງຂັວນໃຫ້ແກ່ຄອບຄົວທີ່ເປັນຕົວແບບ ຂອງການປູກມັນສະຄູໂດຍເປັນກຽດຂື້ນມອບຂອງ ທ່ານ ຟານ ເຖ ເລືອງ ສະພາບໍລິຫານປະທານບໍລິວັດ ລາວທີທີແອວ.
ເນື້ອງໃນໂອກາດດັ່ງກ່າວ ທ່ານ ຄຳປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ ໄດ້ຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນກ່ອນອື່ນໝົດທ່ານຍັງໄດ້ກ່າວຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາພ້ອມທັງໃຫ້ທິດຊີ້ນຳແກ່ຄະນະບໍລິຫານງານບໍລິສັດ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈໃນຄັ້ງນີ້ ໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ໄດ້ຮັບຜົນສຳເລັດສູງຂື້ນເປັນກ້າວໆ. ຈາກນັ້ນການນຳຂອງແຂວງ, ຂອງເມືອງ ແລະ ປະທານບໍລິສັດ ກໍ່ໄດ້ວາງສີລາລຶກເປີດການກໍ່ສ້າງໂຮງງານແປ້ງມັນສະຄູ ໃນມູນຄ່າການລົງທືນໃນໄລຍະເບື້ອງຕົ້ນ 7 ລ້ານ 5 ແສນ ໂດລາສະຫາລັດ
ຂອບໃຈແຫລ່ງຂ່າວ ທີມຂ່າວເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ