ວັນທີ 30 ເມສາ ປີ 2018 ຜ່ານມາ ນີ້, ທ່ານ ບຸນນາກ ເພັດສຸພັນ ຮອງຫົວໜ້າອົງການກາແດງລາວແຂວງຫຼວງພະບາງ, ໄດ້ມອບສັງກະສີ 300 ແຜ່ນ; ຜ້າຫົ່ມ 30 ຜືນ ແລະ ສາດປູ 30ຜືນ ມູນຄ່າ 12 ລ້ານ 5 ແສນ 4 ໝື່ນກີບ,ໃຫ້ແກ່ ທ່ານ ສາຍສະໝອນ ທິດາກອນ ເຈົ້າເມືອງຊຽງເງິນ ເພື່ອຊ່ວຍເຫຼືອບັນເທົາໄພພິບັດພະຍຸລະດູຮ້ອນ, ທີ່ພັດເຂົ້າເທດສະບານເມືອງຊຽງເງິນ ໃນວັນທີ 25 ເມສາ ຜ່ານມາ
ການມອບ-ຮັບໄດ້ມີຂຶ້ນທີ່ສຳນັກງານຫ້ອງວ່າການປົກຄອງເມືອງຊຽງເງິນ, ໂດຍມີ ທ່ານ ເພັງຄຳມະວົງ ຮອງເຈົ້າເມືອງ-ປະທານປ້ອງກັນ-ຄວບຄຸມ ຕ້ານໄພພິບັດຂັ້ນເມືອງຊຽງເງິນ ເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ ທ່ານ ເຈົ້າເມືອງຊຽງເງິນ,ໄດ້ມີຄຳເຫັນກ່າວສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງສູງ, ຕໍ່ອົງການກາແດງລາວແຂວງຫຼວງພະບາງ ຊື່ງເປັນພາກສ່ວນ ທໍາອິດທີ່ໄດ້ມີຄວາມເປັນຫ່ວງເປັນໄຍຕໍ່ເມືອງຊຽງເງິນ ເວົ້າລວມ, ເວົ້າໂດຍສະເພາະ ຕໍ່ກັບພໍ່-ແມ່ປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພພິບັດທຳມະຊາດ, ທີ່ບໍ່ເພີ່ງປາຖະໜາເກີດຂຶ້ນ ໃນວັນທີ 25 ເມສາ ຜ່ານມາ, ພ້ອມທັງໄດ້ຢືນຢັນວ່າ ຈະນຳເອົາເຄື່ອງຊ່ວຍເຫຼືອ ທີ່ທາງອົງການກາແດງລາວມອບໃຫ້ນັ້ນ ໄປແຈກຢາຍໃຫ້ເຖີງມືຂອງຜູ້ຖືກຜົນກະທົບ, ຕາມເປົ້າໝາຍກໍຄືຈຸດປະສົງຂອງອົງການກາແດງລາວແຂວງຫຼວງພະບາງ ຢ່າງທົ່ວເຖີງ, ພ້ອມທັງໄດ້ມອບໃບຍ້ອງຍໍຂອງເຈົ້າເມືອງຊຽງເງິນ ໃຫ້ແກ່ທ່ານ ບຸນນາກ ເພັດສຸພັນ ເພື່ອຍ້ອງຍໍສັນລະເສີນຜົນງານການຊ່ວຍເຫຼືອໃນຄັ້ງນີ້
ອີງຕາມການລາຍງານຂໍ້ມູນຫຼ້າສຸດ ຂອງຄະນະກຳມະການປ້ອງກັນ-ຄວບຄຸມ ຕ້ານໄພພິບັດຂັ້ນເມືອງຊຽງເງິນ, ໃນວັນທີ 29 ເມສາ ໃຫ້ຮູ້ວ່າ: ລົມພະຍຸລະດູຮ້ອນ ທີ່ພັດເຂົ້າເທດສະບານເມືອງຊຽງເງິນ ໃນວັນທີ 25 ເມສາປີ 2018 ນີ້,ໄດ້ກໍ່ຄວາມເສຍຫາຍທາງດ້ານວັດຖຸ-ຊັບສິນທີ່ຢູ່ອາໄສ ຂອງປະຊາຊົນ 407 ຫຼັງຄາເຮືອນ ແລະ ບັນດາສານັກງານກົມກອງ,ໂຮງຮຽນ, ຮ້ານອາຫານຕະຫຼອດຮອດໂຮງງານເຟີນີເຈີ ຈຳນວນໜື່ງ, ຊື່ງຕົກເປັນມູນຄ່າເສຍຫາຍ ທັງໝົດ 1 ຕື້ 200 ລ້ານກວ່າກີບ,ຕໍ່ສະພາບດັ່ງກ່າວ ທາງຄະນະກຳມະການປ້ອງກັນ-ຄວບຄຸມ ຕ້ານໄພພິບັດເມືອງຊຽງເງິນ, ຮຽກຮ້ອງມາຍັງທຸກພາກສ່ວນສັງຄົມ ທັງພາກລັດ ແລະ ເອກະຊົນ ພາຍໃນແລະອົງການຈັດຕັ້ງສາກົນ,ຈົ່ງປະກອບສ່ວນທັງທາງດ້ານວັດຖຸ-ປັດໄຈບັນເທົາໄພ ເຂົ້າໃນການແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດຄັ້ງນີ້, ເພື່ອເປັນຂັວນກໍາລັງໃຈຜູ້ຖືກຜົນກະທົບ ໄດ້ມີຄວາມອຸ່ນອ່ຽນ, ຕັ້ງໜ້າປັບປຸງ-ປົວແປງຊີວິດການເປັນຢູ່ ແກ້ໄຂຜົນກະທົບ ໃຫ້ຄືນສູ່ສະພາບປົກກະຕິໂດຍໄວ.
Editor: ກຳປານາດ ລັດຖະເຮົ້າ