ພັນລະຍາ ທ່ານ ນາຍົກລັດຖະມົນຕີ, ຍາແມ່ນາລີ ສີສຸລິດ ພ້ອມດ້ວຍຄະນະການນໍາຂັ້ນ ແຂວງ ຄະນະຄູອາຈານນັກຮຽນ ນັກສຶກສາມາຖວາຍການຕ້ອນຮັບທີ່ ສະນາມບີນພາຍໃນໂພນສະຫວັນ ເມືອງແປກ, ແຂວງຊຽງຂວາງ ອາຄານຮຽນຫລັງໃໝ່ ມສ.ໜອງເປັດ ເມືອງແປກ ແຂວງຊຽງຂວາງ, ເປັນໂຄງການທີ່ ຍາທ່ານໃຫຍ່ ປະລີນຍາເອກ ມະຫາງອນ ດຳຣົງບຸນ ປະທານສູນກາງ ອົງການພຸດທະສາສະຫນາສໍາພັນລາວ, ໂດຍມີກຳມາທິການສາທາລະນູປະການ ຮັບສະໜອງງານອາຄານຮຽນ ວົງວິຈິດ ບັນດິດວິທະຍາ ສ້າງຂື້ນທີ່ບ້ານເກີດ ທ່ານ ພູມີ ວົງວິຈິດ ອາດີດການນຳຄົນສຳຄັນ ຂອງປະເທດ ສາທາລະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການຕອບບຸນແທນຄຸນ, ທັງລູກຫຼານຈື່ງໄດ້ພ້ອມພຽງກັນສ້າງອາຄານຮຽນວິຈິດບັນດິດວິທະຍາ ຂື້ນເພື່ອມອບຖວາຍແດ່ຄະນະສົງ ມີປະທານສົງສູງສຸດ ເປັນປະທານ ອຸທິດຫາດວງຈິດວີນຍານຂອງ ທ່ານ ພູມີ ວົງວິຈິດ ຜູ້ເປັນທີ່ເຄົາລົບຮັກຂອງປະຊາຊົນລາວ ບັນດາເຜົ່າ.
Editor: ກຳປານາດ ລັດຖະເຮົ້າ