ເມື່ອບໍ່ດົນມານີ້, ທ່ານ ແສງທອງ ວັງແກ້ວມະນີ ເຈົ້າເມືອງອາດສະພອນ, ພ້ອມດ້ວຍຄະນະ ໄດ້ສົມທົບກັບອໍານາດການປົກຄອງບ້ານສອງຫ້ອງ ໄດ້ພາກັນລົງສໍາຫລວດເສັ້ນທາງຂ້າມ ສັນພູຊ້າງແຫ່ ເພື່ອເຊື່ອມຕໍ່ລະຫວ່າງບ້ານ ສອງຫ້ອງ ກັບບ້ານ ດົງຄໍາກວານ ທີ່ມີເສັ້ນທາງເລກ 10 ຕັດຜ່ານ, ເຊີ່ງເສັ້ນທາງນີ້ເປັນເສັ້ນທາງດັ່ງເດີມ ໄດ້ບໍ່ໄດ້ຮັບການປົວແປງ ຈີ່ງເຮັດໃຫ້ໃຊ້ການບໍ່ໄດ້ ໄລຍະ 15 ກິໂລແມັດ, ພ້ອມກັນນີ້ ຍັງໄດ້ສໍາຫລວດແຫລ່ງທ່ອງທ່ຽວ ໃນເຂດບ້ານສອງຫ້ອງ ເຊັ່ນ: ດ່ານຖໍ້າພະ, ດ່ານຖໍ້າປ່ອງ ແລະ ດ່ານກະເຕີບ ເຊີ່ງເປັນແຫລ່ງທ່ອງທ່ຽວທໍາມະຊາດທີ່ງົດງາມ ພາຍໃນເມືອງ. ຄາດວ່າເສັ້ນທາງດັ່ງກ່າວຈະໄດ້ຮັບການປົວແປງໃນຕໍ່ຫນ້າ ເພື່ອເຮັດໃຫ້ການໄປມາຫາສູ່ ລະຫວ່າງປະຊາຊົນ 2 ບ້ານ ມີຄວາມສະດວກຍິ່ງຂື້ນ ໂດຍສະເພາະການພັດທະນາແຫລ່ງທ່ອງທ່ຽວ ທີ່ມີຢູ່ໃນເຂດດັ່ງກ່າວ
ທ່ານ ເຈົ້າເມືອງອາດສະພອນ ຍັງໄດ້ໂອລົມຕໍ່ອໍານາດການປົກຄອງ ແລະ ປະຊາຊົນບ້ານດັ່ງກ່າວ ເພື່ອແນະນໍາບາງບັນຫາ ໂດຍສະເພາະ ໃຫ້ຍຸດການຖາງປ່າ ໃນເຂດປ່າສະຫງວນ ແລະ ພ້ອມກັນປົກປັກຮັກສາຜືນປ່າ ໃຫ້ຄົງຄວາມອຸດົມສົມບູນ.
Editor: ກຳປານາດ ລັດຖະເຮົ້າ