ການສຶບສານປະເພນີການເຮັດບຸນວິສາຄະບູຊາ ຫຼື ບຸນເດືອນ 6 ເພັງ. ເຊີ່ງກົງກັບມື້ຂື້ນ 15 ຄ່ຳເດືອນ 6 ຂອງທກປີ ນັບວ່າເປັນອິກວັນໜຶ່ງທີ່ສຳຄັນທາງພຸດທະສາດສະໜາ ກໍໍ່ຄືເປັນວັນປະສູດ,ວັນຕັດສະຮູ້ ບັນລຸທຳ ແລະ ປະລິນິພານຂອງອົງສົມເດັດສຳມາສຳພຸດທະເຈົ້າໃນວັນດຽວກັນ. ດັ່ງນັ້ນຊາວພຸດທົ່ວໂລກຈຶ່ງໄດ້ສັດທາຮ່ວມກັນສ້າງບຸນສ້າງກຸສົນ,ບຳເພັນພຽນພາວະນາ,ຮັກສາສີນ,ຟັງທຳມະເທສາດສະໜາ ແລະ ບຳເພັນບຸນກຸສົນດ້ວຍພິທີກຳໃນຮູບແບບຕ່າງໆ...ເພື່ອອະນຸລັກ,ຮັກສາ,ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຄົນລາວຊາວພຸດທີ່ໄດ້ສຶບທອດກັນມາ. ຄະນະພັກອຳນາດການປົກຄອງເມືອງຊະນະສົມບູນ ຈຶ່ງໄດ້ຮ່ວມກັບອົງການພຣະພຸດທະສາດສະໜາສຳພັນລາວເມືອງ ພ້ອມກັນຈັດງານເທດສະການບຸນວິສາຂະບູຊາ ໂດຍຕິດພັນກັບງານສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ 2018 ຂື້ນໃນວັນທີ 29 ເມສາ 2018. ໂດຍສະເພາະປີນີ້ແມ່ນໄດ້ຈັດຂື້ນຢ່າງຍິ່ງໃຫ່ຍເປັນຕົ້ນຂະບວນແຫ່ຕ່າງໆທີ່ມາຈາກຫຼາຍພາກສ່ວນຂອງເມືອງເຂົ້າຮ່ວມ ເຊັ່ນ: ຂະບວນແຫ່ຂອງພຣະສົງສໍາມະເນນ ທີ່ນຳໜ້າໂດຍ ພຣະອາຈານໃຫ່ຍ ຄຳພັກ ພົມມະໄຊ ຮອງປະທານ ອົງການພຸດທະສາດສະໜາ ແຂວງຈຳປາສັກ, ມີປະທານ ອພສ ເມືອງ, ຂະບວນແຫ່ຄໍາພີຜູກໃບລານ ແລະ ຂະບວນແຫ່ລົດດົນຕີພື້ນເມືອງລາວ ແລະ ຫາມຄ້ອງ, ຫາມກອງ ຈາກພໍ່ແມ່ປະຂາຊົນກຸ່ມ 5, ຂະບວນແຫ່ຂັນໝາກເບັ່ງໃຫ່ຍກຸ່ມ 1 , ຕົ້ນກາລະພຶກໃຫ່ຍ ກຸ່ມ 2, ກຸ່ມ 3 , ຜາສາດເຜີ້ງກຸ່ມ 4 ແລະ ຂະບ່ວນແຫ່ວິຖີການດໍາລົງຊີວິດຊາວບ້ານໆໃຫ່ຍພັດທະນານາຫຼົ້ງ. ນອກຈາກນີ້ຍັງມີຂະບວນແຫ່ກອງຕຸລິຍານຂອງນ້ອງນ້ອຍເຍົາວະຊົນຈາກໂຮງຮຽນ ມ.ສ ຊະນະສົມບູນ, ຂະບວນແຫ່ຂອງພະນັກງານປົກຄອງເມືອງລວມທັງຂະບວນການສະແດງສີລະປະວັນນະຄະດີ ແລະ ອື່ນໆ... ທີ່ເອກອ້າງເຖີງຄວາມເປັນເອກະລັກຂອງພໍ່ແມ່ປະຊາຊົນບັນດາເຜົ່າແຕ່ລະກຸ່ມ-ບ້ານພາຍໃນເມືອງເມືອງ ເຊີ່ງໃຫ້ຄວາມສົນໃຈໃຫ້ກັບນັກທ່ອງທ່ຽວ ແລະ ມ່ວນຊົນທີ່ເຂົ້າຮ່ວມ ຕະຫຼອດໄລຍະທາງເດີນຂະບວນເລີ້ມຕັ້ງແຕ່ຈຸດໜ້າສຳໜັກງານປົກຄອງເມືອງຈົນເຖີງວັດຫຼວງຫຼັກ 24 ໄລຍະຍາວກວ່າ 1 ກິໂລແມັດ ເຕັມໄປດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ.
ເຊີ່ງໃນງານເທດສະການວັນບຸນວິສາຂະບູຊາ ໂດຍຕິດພັນກັບງານສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ 2018 ທີ່ເມືອງຊະນະສົມບູນ ໄດ້ຈັດຂື້ນໃນຄັ້ງນີ້: ພາຍໃຕ້ຮັບກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ບົວລີນ ວົງພະຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຈຳປາສັກ, ມີ ທ່ານ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງເຈົ້າເມືອງຊະນະສົມບູນ. ທັງເປັນປະທານຈັດງານ, ມີປະທານ ແລະ ຮອງປະທານອົງການພຣະພຸດທະສາດສະໜາສໍາພັນລາວເມືອງ ພ້ອມດ້ວຍແຂກທີ່ຖຶກເຊີນມີຫົວໜ້າພະແນກການອ້ອມຂ້າງແຂວງ,ຕ່າງໜ້າບັນດາເມືອງພາຍໃນແຂວງ, ຕ່າງແຂວງ ແລະ ປະເທດເພື່ອນບ້ານໃກ້ຄຽງທີ່ມີຊາຍແດນຕິດຈອດກັນ ຕະຫຼອດຮອດຜູ້ປະກອບການທຸລະກິດ,ພໍ່ແມ່ປະຊາຊົນລາວບັນດາເຜົ່າເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂອກາດດຽວກັນນີ້: ທ່ານ ສົມບູນ ເຮືອງວົງສາ ເຈົ້າເມືອງຊະນະສົມບູນໃຫ້ກຽດຂື້ນກ່າວເປີດງານເທດສະການວັນບຸນວິສາຄະບູຊາ ໂດຍຕິດພັນກັບງານສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ 2018 ເຊີ່ງທ່ານໄດ້ກ່າວວ່າ: ວຽກງານການທ່ອງທ່ຽວນັບວ່າເປັນວຽກງານໜຶ່ງທີ່ສຳຄັນ ແລະ ມີການເຕີມໃຫ່ຍຂະຫຍາຍຕົວຢ່າງວ່ອງໄວ. ປະຈຸບັນຫຼາຍປະເທດໃນໂລກໄດ້ເອົາໃຈໃສ່ເປັນພິເສດ ຕໍ່ການພັດທະນາ ແລະ ສົ່ງເສີມວຽກງານການທ່ອງທ່ຽວ. ສຳດັບຢູ່ເມືອງຊະນະສົມບູນ. ກໍ່ໄດ້ຖືເອົາວຽກງານການທ່ອງທ່ຽວເຂົ້າໃນແຜນຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງເມືອງ ເພາະວຽກງານທ່ອງທ່ຽວແມ່ນໄດ້ນຳເອົາ
ສັນຕິພາບ,ມິດຕະພາບ ແລະ ມີການເຊື່ອມໂຍງແລກປຽນທາງດ້ານວັດທະນະທຳກັບບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ, ນອກຈາກນັ້ນຍັງເປັນການສ້າງວຽກເຮັດງານທຳໃຫ້ກັບພໍ່ແມ່ປະຊາຊົນ ກໍ່ຄືເປັນການສ້າງລາຍຮັບເຂົ້າງົບປະມານ ເພື່ອພັດທະນາເສດຖະກິດ - ສັງຄົມຂອງເມືອງ. ໂດຍສະເພາະໃນສົກປີ 2017 ລວມມີຍອດຕົວເລກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວເມືອງທັງໝົດ 17.823 ຄົນ, ຄາດຄະເນປີ 2020 ຈະມີນັກທ່ອງທ່ຽວເຂົ້າມາທ່ຽວເພີ້ມຂື້ນ, ປັດຈຸບັນທົ່ວເມືອງມີແຫຼ່ງທ່ອງທ່ຽວທັງໝົດ 22 ແຫ່ງ,ໃນນັ້ນແຫຼ່ງທ່ອງທ່ຽວທຳມະຊາດ 9 ແຫ່ງ, ສໍາຫຼວດແລ້ວ 6 ແຫ່ງ, ບໍ່ທັນສໍາຫຼວດ 3 ແຫ່ງ, ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳ 10 ແຫ່ງ, ສໍາຫຼວດແລ້ວ 6 ແຫ່ງ, ບໍ່ທັນສໍາຫຼວດ 4 ແຫ່ງ ແລະ ແຫຼ່ງ ທ່ອງທ່ຽວທາງປະຫວັດສາດມີ 2 ແຫ່ງ.
ໃນຕ່ອນທ້າຍ ທ່ານ ບົວລິນວົງ ພະຈັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງຈຳປາສັກ ພ້ອມດ້ວຍບັນດາແຂກເຊີນທີ່ມີກຽດຍັງໄດ້ເຂົ້າຮ່ວມພິທີຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດເພື່ອເປັນລິມຸງຄຸນ ໃຫ້ແກ່ງານເທດສະການບຸນວິສາຂະບູຊາ ຕິດພັນກັບງານສະເຫຼີມສະຫຼອງເປີດປີທ່ອງທ່ຽວລາວ 2018 ທີ່ເມືອງຊະນະສົມບູນຄັ້ງນີ້ ຢ່າງສົມກຽດ
Editor: ກຳປານາດ ລັດຖະເຮົ້າ