ໃນລະຫວ່າງວັນທີ 25 ຫາ 26 ເມສາ 2018 ເຊີ່ງກົງກັບມື້ຂື້ນ 11 ຄໍ່າ, 12 ຄໍ່າ ເດືອນ 7 ລາວ ສພ 2561, ນີ້ ຊາວບ້ານເມືອງຂັນ ກຸ່ມບ້ານພັນຊຳ, ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ພ້ອມກັນເຮັດບຸນຄົບງັນວັດເພື່ອເບີດສູດພະພຸດທະຮູບອົງຕື້ ວັດບ້ານຂອງຕົນຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມຂອງພະສົງສຳມະເນນ, ການນຳຂອງເມືອງ, ກຸ່ມບ້ານ ແລະ ຍາດພີ້ນ້ອງຢູ່ໃກ້ ແລະ ໄກ ຕະຫຼອດຮອດຊາວບ້ານເມືອງຂັນເຂົ້າຮ່ວມຢ່າງຫຼວງຫຼາຍ. ບ້ານເມືອງຂັນ ປະກອບມີ 137 ຄອບຄົວ ມີພົນລະເມືອງ 678 ຄອບຄົວ, ຍິງ 300 ຄົນ, ໃນນີ້ ຊົນເຜົ່າລາວ ແລະ ເຜົ່າໄຕແດງ 132 ຄອບຄົວ, ເຜົ່າກືມມຸ 40 ຄອບຄົວ ແລະ ເຜົ່າມົ້ງ 6 ຄອບຄົວ. ຕົກມາຮອດປີ 2016 ດ້ວຍຄວາມເມດຕາກະລູນາຂອງພະອາຈານ ຈັນທອນ ແລະ ປະຊາຊົນຊາວບ້ານເມືອງຂັນ ທີ່ມີຈຸດປະສົງຢາກສ້າງພະພຸດທະຮູບອົງຕື້ ເພື່ອສ້າງເປັນບ່ອນສັກກະລະບູຊາກາບໄຫວຂອງຄົນລາວຊາວພຸດ ໃຫ້ລຸ່ນລູກຫຼານສືບທອດໃນອານາຄົດ. ດັ່ງນັ້ນ ມາຮອດປີ 2018 ນີ້ ເປັນປີທີ່ເໝາະສົມ ແລະ ມີເງື່ອນໄຂ ດັ່ງນັ້ນເຖົ້າແກ່ແນວໂຮມ, ອໍານາດການປະຄອງ ແລະ ປະຊາຊົນ ຈິ່ງໄດ້ຮ່ວມແຮງ ຮ່ວມໃຈກັນຄົບງັນ, ໂດຍມີຊາວບ້ານ ແລະ ຍາດພີ້ນ້ອງເປັນຈຳນວນຫຼວງຫຼາຍມາຮ່ວມເຮັດບຸນກີນທານ, ໃນນີ້ປະກອບມີ ກອງທານ, ຝາສາດ, ຫໍເຂົ້າ, ຕົ້ນກະລາພຶກ ແລະ ອື່ນໆຢ່າງເປັນຂະບວນຟົດຟື້ນ.
ທັ້ງນີ້ເພື່ອເປັນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດລາວ ກໍ່ຄືທ້ອງຖິ່ນ ໃຫ້ນັບມື້ຮຸ່ງເຮືອງສີວິໄລຂື້ນເລື້ອຍ.
ແຫລ່ງຂ່າວຈາກນັກຂ່າວ: ເມືອງຊໍາໃຕ້ ແຂວງຫົວພັນ
Editor: ກຳປານາດ ລັດຖະເຮົ້າ