ໃນຕອນເຊົ້າ 1 ພຶດສະພາ 2018 ຢູ່ທີ່ສວນປະຕູໄຊ ນະຄອນຫລວງວຽງຈັນ ໄດ້ມີກິດຈະກຳ ຍ່າງເພື່ອສຸຂະພາບ ເນື່ອງໃນໂອກາດສະເຫລີມສະຫລອງວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ 132 ປີ, ກິດຈະກຳຄັ້ງນີ້ໂດຍການເຂົ້າຮ່ວມຂອງ ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍຄະນະການນຳພັກ-ລັດຂັນສູງ, ບັນດາລັດຖະມົນຕີວ່າການ, ຊ່ວຍວ່າການ, ທ່ານທູດ-ທຸຕານະທູດ, ຜູ້ຕາງຫນ້າອົງການຈັດຕັ້ງສາກົນ, ຕາງຫນ້າອົງການຈັດຕັ້ງມະຫາຊົນທຸກພາກສ່ວນ ແລະ ກຳມະກອນ, ຊາວຜູ້ອອກແຮງງານ, ລວມເຖິງມວນຊົນຊາວນະຄອນຫລວງວຽງຈັນ ເຂົ້າຮ່ວມ ປະມານ 10 ພັນກວ່າຄົນ.
ໃນພິທີ ທ່ານ ປ້ານ ນ້ອຍມະນີ ປະທານສູນກາງສະຫະພັນກໍາມະບານລາວ ກ່າວວ່າ: ວັນທີ 1 ພຶດສະພາ ວັນກຳມະກອນສາກົນ ໃນປີ 2018 ແມ່ນຄົບຮອບ 132 ປີ, ເຊິ່ງວັນດັ່ງກ່າວ ໄດ້ກຳນົດເອົານັບແຕ່ປີ 1886 ຖືໄດ້ວ່າເປັນວັນສຳຄັນຢ່າງຍິ່ງສຳລັບຊົນຊັນກຳມະກອນໃນທົ່ວໂລກ ເພາະເປັນມື້ແຫ່ງການເຕົ້າໂຮມພະລັງຂອງຊົນຊັ້ນກຳມະກອນ ທີ່ຕໍ່ສູ້ກັບຊົນຊັ້ນນາຍທຶນ ເພື່ອທວງເອົາສິດ ແລະ ຜົນປະໂຫຍດອັນຊອບທຳ, ເຖິງແມ່ນວ່າຢູ່ທິວີບເອີລົບ ແລະ ອາເມລິກາ ໃນໄລຍະນັ້ນ ຈຳນວນໂຮງຈັກ, ໂຮງງານ ແລະ ກຳມະກອນຈະເພີ່ມຂື້ນເປັນຈຳນວນຫລວງຫລາຍ ຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງເສດຖະກິດ, ກຳມະກອນກໍ່ຍັງເປັນລູກຈ້າງ ແລະ ເປັນຜູ້ອອກແຮງງານສ້າງຮັ່ງຄູນມີໃຫ້ແກ່ພວກນາຍທຶນ ເພື່ອເອົາຄວາມຢູ່ລອດຂອງຊີວິດ ບັນດາພວກນາຍທຶນ ໄດ້ມີການກົດຂີ່ຂູດຮິດ ບັງຄັບກຳມະກອນ ຕ້ອງເຮັດວຽກ ມື້ຫນຶ່ງເຖິງ 14-15 ຊົ່ວໂມງ ເພື່ອເອົາຄ່າແຮງ ຫລື ເງິນເດືອນທີ່ຕ່ຳ ແລະ ບໍ່ໄດ້ຮັບການເບິ່ງແຍງດ້ານສະຫວັດດີການສັງຄົມ ແຕ່ຢ່າງໃດ.
ປີ 1764 ໄດ້ເກີດມີຂະບວນການຕໍ່ສູ້ອັນດຸເດຶອດຂອງຊົນຊັນກຳມະກອນ ຢູ່ປະເທດອັງກິດ ເພື່ອທວງໃຫ້ນາຍທຶນເພີ່ມຄ່າເງິນເດືອນ. ຕໍ່ມາ ປີ 1884 ຂະບວນການລຸກຮື້ຂອງຊາວກຳມະກອນໄດ້ແຜ່ລາມໄປສູ່ເມືອງຊີກາໂກ້, ປະເທດສະຫະລັດອາເມລິກາ ຈົນມາເຖິງວັນທີ 1 ພຶດສະພາ 1886 ໄດ້ເກີດມີຂະບວນນັດຍຸດງານຄັ້ງຍິ່ງໃຫຍ່ ບັນດາກຳມະກອນໃນໂຮງຈັກ, ໂຮງງານ 5,000 ກວ່າແຫ່ງ ຢູ່ອາເມລິກາ ຈຳນວນ 340,000 ກວ່າຄົນ ໄດ້ທວງໃຫ້ນາຍທຶນໃຫ້ຫລຸດຜ່ອນຊົ່ວໂມງເຮັດວຽກໃຫ້ເຫລືອພຽງມື້ຫນຶ່ງ 8 ຊົ່ວໂມງ, ທວງໃຫ້ນາຍທຶນເພີ່ມເງິນເດືອນ ແລະ ເອົາໃຈໃສ່ເບິ່ງແຍງດູແລຊີວິດການເປັນຢູ່ ຂອງກຳມະກອນໃຫ້ດີຂື້ນກວ່າເກົ່າ.
ຈາກການກົດຂີ່ຂູດຮິດຂອງນາຍທຶນ ແລະ ການຕໍ່ສູ້ຂອງຊົນຊັນກຳມະກອນ ຢ່າງຕໍ່ເນື່ອງ ດັ່ງນັ້ນມາໃນ ວັນທີ 14 ພຶດສະພາ 1889 ກອງປະຊຸມໃຫຍ່ ພັກຄອມມຸຍນິດສາກົນ ຄັງທີ 2 ທີ່ນະຄອນຫລວງປາຣີ (ປະເທດຝຣັ່ງ) ໄດ້ຕົກລົງຮັບຮອງເອົາຂໍ້ກຳນົດ ຄື: ຊົນຊັນກຳມະກອນ ຈົ່ງສາມັກຄີກັນເຂົ້າ ປະຕິບັດຕາມຄຳຂວັນ ທີ່ວ່າ: ກຳມະກອນເຮັດວຽກມື້ຫນຶ່ງ 8 ຊົ່ວໂມງ, 8 ຊົ່ວໂມງພັກຜ່ອນ ແລະ ອີກ 8 ຊົ່ວໂມງໄດ້ຮ່ໍາຮຽນຍົກລະດັບຄວາມຮູ້, ຄວາມສາມາດຂອງກຳມະກອນ.
ເຊິ່ງໄດ້ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ ເຊິ່ງເປັນເຫດການ ທີ່ສຳຄັນ ແລະ ບາດລ້ຽວໃຫມ່ໃຫ້ແກ່ຊົນຊັ້ນກຳມະກອນໃນທົ່ວໂລກ.
ວັນທີ 1 ພຶດສະພາ ຂອງທຸກໆປີ ຈິ່ງເປັນປາງບຸນໃຫຍ່ອັນສຳຄັນສຳລັບຊາວກຳມະກອນ, ຊົນຊັນກຳມະກອນ,ໃນທົ່ວໂລກຕ່າງກໍ່ຈັດງານສະເຫລີມສະຫລອງໄປພ້ອມໆກັນ ເພື່ອເຕົ້າໂຮມ ຄວາມສາມັກຄີ, ຮັກແພງ ແລະ ລຳລຶກເຖິງການຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດ ອັນຊອບທຳໃຫ້ກັບຕົນເອງ. ສຳລັບການຈັດຈິດຈະກຳຍ່າງ ຢູ່ທີ່ສປປ ລາວ ປີນີ້, ມີມວນຊົນ ທຸກຊັ້ນຄົນໃນນະຄອນຫລວງວຽງຈັນ ໄດ້ໃຫ້ຄວາມສົນໃຈ ແລະ ມີຄວາມກະຕືລືລົ້ນເຂົ້າຮ່ວມ ຫລາຍກວ່າທຸກປີ ປະມານ 10 ພັນກວ່າຄົນ, ເຊິ່ງການຍ່າງ ແມ່ນໄດ້ເລິ່ມຈາກປະຕູໄຊ ໄປຕາມ ຖະຫນົນລ້ານຊ້າງ ສູ່ ຫໍຄຳ ແລ້ວກັບຄຶນມາສູ່ປະຕູໄຊ ຄືເກົ່າ, ໄລຍະທາງ 3 ກີໂລແມັດ.
Editor: ກຳປານາດ ລັດຖະເຮົ້າ