ເມື່ອບໍ່ດົນມານີ້, ທີ່ສໍານັກງານສູນເລຶອດແຫ່ງຊາດ, ອົງການກາແດງລາວ ໄດ້ຈັດກອງປະຊຸມ ເພື່ອຫາລື ແລະ ກຽມຄວາມພ້ອມໃນການຈັດກິດຈະກໍາບໍລິຈາກເລຶອດແບບເປີດກວ້າງ ຕ້ອນຮັບວັນກາແດງໂລກ 8 ພຶດສະພາ ຄົບຮອບ 155 ປີ, ແລະ ວັນຜູ້ບໍລິຈາກເລືຶອດໂລກ 14 ມີຖຸນາ 2018 ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຮອງສາດສະດາຈານ ດຣ. ສິງ ເມໂນລາດ ຮອງປະທານອົງການກາແດງລາວ, ມີທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວຫນ້າສູນເລຶອດແຫ່ງຊາດ. ເຂົ້າຮ່ວມມີບັນດາຜູ້ຕາງຫນ້າຈາກກະຊວງ, ອົງການຈັດຕັ້ງລັດອ້ອມຂ້າງສູນກາງ ແລະ ຜູ້ຕາງຫນ້າສື່ມວນຊົນເຂົ້າຮ່ວມ ຢ່າງພ້ອມພຽງ
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດ ກ່ຽວກັບການບໍລິຈາກເລຶອດໃນໄລຍະ 3 ເດືອນຕົ້ນປີ 2018 ນັບແຕ່ເດືອນມັງກອນ ຫາເດືອນ ມີນາ 2018
Editor: ກຳປານາດ ລັດຖະເຮົ້າ