ໃນວັນທີ 30 ເມສາ 2018 ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທ່ານ ປະລິນຍາເອກ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເປັນປະທານ ໃນພິທີຖະແຫລງຂ່າວ ກ່ຽວກັບການປັບແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານ ໃນ ສປປ ລາວ, ພ້ອມນີ້ຍັງມີ ຜູ້ຕາງຫນ້າຈາກສູນກາງສະຫະພັນກໍາມະບານລາວ, ຕາງຫນ້າຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ເຈົ້າຮ່ວມມີ ຫົວຫນ້າກົມ-ຮອງກົມ, ຫນ່ວຍງານຄຸ້ມຄອງແຮງງານ, ຫົວຫນ່ວຍທຸລະກິດ ແລະ ສື່ມວນຊົນ ທຸກພາກສ່ວນເຂົ້າຮ່ວມ.
ຈຸດປະສົງຫລັກ
- ເພື່ອປັບປຸງການດໍາລົງຊີວິດຂອງຊາວຜູ້ອອກແຮງງານໃນຫົວຫນ່ວຍການຜະລິດ, ທຸລະກິດ ຫລື ການບໍລິການ ທັງໃນ ແລະ ນອກລະບົບ, ຜູ້ເຮັດວຽກໃນຄົວເຮືອນໃຫ້ໄດ້ຂັ້ນພື້ນຖານ ແລະ ດີຂື້ນກວ່າເກົ່າ ສອດຄ່ອງກັບລະດັບການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ, ຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ ແລະ ຜົນປະໂຫຍດທາງສະຫວັດດີການສັງຄົມ.
- ເພື່ອເຮັດໃຫ້ຜູ້ໃຊ້ແຮງງານໄດ້ຮັບຮູ້ ແລະ ຈັດຕັ້ງປະຕິບັດການປັບປຸງຄ່າແຮງງານຂັ້ນຕໍ່າສຸດໃຫ້ແກ່ຜູ້ອອກແຮງງານ
- ເພື່ອເຮັດໃຫ້ຜູ້ອອກແຮງງານໄດ້ຮັບຜົນປະໂຫຍດ ຫລື ຄ່າຕອບແທນຈາກການເຮັດວຽກ ຢ່າງເໝາະສົມ ແລະ ຍຸດຕິທໍາ ກັບລາຍຮັບທີ່ຄວນຈະໄດ້ຮັບ ຈາກການເຮັດວຽກ.
- ຄ່າແຮງງານປັບໃຫ່ມຕາມຫນັງສືແຈ້ງການ ສະບັບເລກທີ 560/ຫສນຍ. ກລຂ ລົງວັນທີ 20 ເມສາ 2018 ເຫັນດີໃຫ້ປັບຄ່າແຮງງານຂັ້ນຕໍ່າສຸດ ຂອງຜູ້ອອກແຮງງານ ຢູ່ ສປປ ລາວ ຈາກ 9 ແສນກີບ ຂື້ນເປັນ 1 ລ້ານ 1 ແສນກີບ/ຄົນ/ເດືອນ ແລະ ຕ້ອງໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ວັນທີ 1 ພຶດສະພາ 2018 ເປັນຕົ້ນໄປ.
Editor: ກຳປານາດ ລັດຖະເຮົ້າ