ໃນຕອນເຊົ້າມື້ນີ້ ວັນທີ 27 ເມສາ 2018 ຜ່ານມາ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເມືອງວັງວຽງ ແຂວງວຽງຈັນ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ວິດົງ ໄຊຍະສອນ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ພ້ອມດ້ວຍການນໍາຂັ້ນແຂວງ ແລະ ຂັ້ນເມືອງ. ການລົງຢ້ຽມຢາມໃນຄັ້ງນີ້ ທ່ານ ຮອງນາຍົກ ພ້ອມດ້ວຍຄະນະ ແລະ ການນຳຂັ້ນແຂວງ ໄດ້ລົງເຄື່ອນໄຫວຊີ້ນໍາວຽກງານການຜະລິດ-ທຸລະກິດ ຢູ່ທີ່ໂຮງງານຊີມັງລາວວັງວຽງ, ໂດຍການຕ້ອນຮັບຂອງ ທ່ານ ບຸນແປງ ບົວພັນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ພັດທະນາກະສິກຳ-ອຸດສາຫະກຳ ແລະ ບໍລິການ ຂາອອກ-ຂາເຂົ້າ ພ້ອມດ້ວຍຄະນະ ແລະ ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບການດຳເນີນການຜະລິດ-ທຸລະກິດ ຂອງໂຮງງານຊີມັງລາວວັງວຽງ ທັງ 3 ຫລັງ.
ໂອກາດນີ້ ໄດ້ຮັບຟັງການໂອ້ລົມຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍທ່ານໄດ້ສະແດງຄວາມເປັນຫ່ວງເປັນໄຍ ໃນການພັດທະນາເສດຖະກິດ-ສັງຄົມ ຂອງເມືອງວັງວຽງ ລີກລ່ຽງບັນດາຫາງສຽງຕ່າໆຂອງສັງຄົມ. ນອກນີ້ທ່ານຍັງຮຽກຮ້ອງໃຫ້ບັນດາຄະນະພັກ, ຄະນະອຳນວຍການ ແລະ ຜູ້ຮັບຜິດຊອບໂຮງງານຊີມັງລາວວັງວຽງ ຈົ່ງພ້ອມກັນຄົ້ນຄວ້າຕື່ມ ດ້ານການຕະຫລາດ ເພື່ອຕອບສະໜອງການຜະລິດໃຫ້ໄດ້ ຕາມໄລຍະເວລາຂອງການດຳເນີນກິດຈະການ, ການປ້ອງກັນບັນຫາຕ່າງໆທີ່ຈະເກີດເປັນມົນລະພິດຕໍ່ສິ່ງແວດລ້ອມ ເຮັດແນວໃດໃຫ້ຕົວເມືອງວັງວຽງ ເປັນຕົວເມືອງທ່ອງທ່ຽວແບບຍືນຍົງ.
ຫລັງຈາກນັ້ນ ໄດ້ພ້ອມກັນຢ້ຽມຊົມໂຮງງານຊີມັງລາວວັງວຽງຕື່ມອີກ ແລະ ໃນຕອນບ່າຍຂອງວັນດຽວກັນ ຍັງໄດ້ພົບປະໂອ້ລົມການນຳ ແລະ ພະນັກງານຫລັກແຫລ່ງຂອງເມືອງວັງວຽງຕື່ມອີກ. ເຊິ່ງ ທ່ານ ຄຳຜອງ ດວງວິໄລ ເລຂາພັກເມືອງ ເຈົ້າເມືອງໆວັງວຽງ ໄດ້ລາຍງານສະພາບການພັດທະນາ ແລະ ການຄຸ້ມຄອງການທ່ອງທ່ຽວຂອງເມືອງວັງວຽງ
ເມືອງວັງວຽງ ເປັນເມືອງພູດອຍ ມີເນື້ອທີ່ທັງໝົດ 1.679,8 ກິໂລຕາແມັດ, ມີພົນລະເມືອງທັງໝົດ 60.026 ຄົນ, ຍິງ 29.258 ຄົນ, ປະກອບມີ 4 ຊົນເຜົ່າ: ເຜົ່າລາວລຸ່ມ, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອີມ້ຽນ, ເປັນເມືອງທີ່ມີຄວາມອຸດົມສົມບູນ ແລະ ມີລັກສະນະພິເສດ ທາງດ້ານຊັບພະຍາກອນ ທຳມະຊາດ, ວັດທະນະທຳ ແລະ ມີພື້ນຖານໂຄງລ່າງ, ສິ່ງອຳນວຍຄວາມສະດວກຫລາຍຢ່າງ, ມີຫນ່ວຍບໍລິການ ແລະ ກິດຈະກຳຫລາຍຢ່າງທີ່ຕ້ອນຮັບນັກທ່ອງທ່ຽວ.
ໃນປີ 2017 ມີນັກທ່ອງທ່ຽວເຂົ້າມາເມືອງວັງວຽງ ທັງໝົດ 189.763 ຄົນ, ໃນນີ້ມີນັກທ່ອງທ່ຽວຕ່າງປະເທດ 149.414 ຄົນ, ສາມາດສ້າງລາຍຮັບໃຫ້ສັງຄົມໄດ້ 94 ຕື້ກວ່າກີບ ພ້ອມນີ້ ຍັງໄດ້ຮັບຟັງຄຳໂອ້ລົມຈາກ ທ່ານ ຮອງນາຍົກລັດຖະມົນຕີ ຕື່ມອີກ, ໂດຍທ່ານຍົກໃຫ້ເຫັນບັນຫາຕ່າງໆທີ່ເກີດຂື້ນຈາກການທ່ອງທ່ຽວ, ການຄຸ້ມຄອງການທ່ອງທ່ຽວ ແລະ ການບໍລິການຕ່າງໆດ້ານການ ທ່ອງທ່ຽວ ເພື່ອເຮັດໃຫ້ມີຄວາມພ້ອມດ້ານຕ່າງໆ ຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ອງທ່ຽວເມືອງວັງວຽງ ນັບມື້ນັບຫລາຍຂື້ນ, ເອົາໃຈໃສ່ຄຸ້ມຄອງ ແລະ ປ້ອງກັນດ້ານຕ່າງໆທີ່ຈະສ້າງຜົນເສຍຫາຍແກ່ການ ທ່ອງທ່ຽວ, ການອະນຸລັກຮັກສາສະຖານທີ່ທ່ອງທ່ຽວໃຫ້ສະອາດ ແລະ ຮັກສາສະເໜ່ຂອງການ ທ່ອງທ່ຽວເມືອງວັງວຽງ ຍືນຍົງຄົງຕົວຄູ່ກັບຊາວເມືອງວັງວຽງ ແຂວງວຽງຈັນ ກໍຄືຂອງປະເທດຊາດຕະຫລອດໄປ. ຫລັງຈາກນັ້ນ ຍັງໄດ້ພ້ອມກັນທ່ຽວຊົມສະຖານທີ່ທ່ອງທ່ຽວອັນລືຊື່ຂອງເມືອງວັງວຽງຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ