ໃນວັນທີ 9 ພຶດສະພາ 2018 ທີ່ເມືອງໄຊບົວທອງ ແຂວງຄຳມ່ວນ ໄດ້ຈັດພິທີສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 132 ປີ ເຊິ່ງມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານປະຕິວັດ-ອາວຸໂສບໍານານ ສຳມະຊິກສະຫະພັນກຳມະບານ ໃນທົ່ວເມືອງເຂົ້າຮ່ວມ.
ທ່ານ ຄໍາຜັນ ຍອດນິຍົມ ປະທານສະຫະພັນກໍາມະບານເມືອງ ໄດ້ເລົ່າເຖິງປະຫວັດຄວາມເປັນມາ ແລະ ຄວາມສຳຄັນຂອງວັນກຳມະກອນສາກົນ. ໂດຍສົ່ງຜົນກະທົບໂດຍກົງຕໍ່ກຳມະກອນໃນທົ່ວໂລກ ແລະ ຍົກໃຫ້ເຫັນເຖິງຊົນຊັ້ນກຳມະກອນຢູ່ບັນດາໂຮງງານ ຖືກກົດຂີ່ຂູດຮີດຈາກພວກນາຍທຶນ ນັບມື້ນັບໜັກໜວ່ງ ການອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວີດ ເນື່ອງຈາກລະບົບປ້ອງກັນໄພໃນເວລານັ້ນຍັງບໍ່ທັນມີ ນາຍທຶນນັບມື້ເພີ້ມທະວີການບັງຄັບຂົ່ມເຫັງ ໃຫ້ກຳມະກອນອອກ ແຮງງານໂດຍບໍ່ມີເວລາພັກຜ່ອນ ມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ ອອກແຮງງານໜັກຄ່າແຮງພັດຕໍ່າ ການປະກັນສຸຂະພາບ ແລະ ຄວາມປອດໄພແຮງງານໃນສະຖານທີ່ເຮັດວຽກບໍ່ດີ ບໍ່ມີການເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ ດັ່ງນັ້ນ ຈຶ່ງພາໃຫ້ເກີດຂໍ້ຂັດແຍ່ງຂຶ້ນ ນັບມື້ນັບຮຸນແຮງ ໃນວັນທີ 01 ພຶດສະພາ 1886 ເປັນເທື່ອທຳອິດໃນປະເທດອາເມລິກາ ຢູ່ຕົວເມືອງ ຊີກຄາໂກ ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ ສົມທົບກັບເນື້ອໃນຂອງຖະແຫຼງການຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນ ວ່າ: ນັບແຕ່ນີ້ຕໍ່ໄປ ບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວພັກຜ່ອນ, 8 ຊົ່ວໂມງຮໍ່າຮຽນ.
Editor: ນັກຂ່າວເມືອງໄຊບົວທອງ