ພິທີມອບ-ຮັບ ໂຄງການກໍ່ສ້າງບ້ານຈັດສັນໃຫ້ປະຊາຊົນບ້ານຫາດຂາມ ທີ່ຖືກຜົນກະທົບຈາກກໍ່ກໍ່ສ້າງເຂື່ອນໄຟຟ້ານໍ້າອູ 3 ໄດ້ຈັດຂຶ້ນ ໃນວັນທີ 7 ພຶດສະພາ ທີ່ຜ່ານມານີ້ ຢູ່ທີ່ສະໂມສອນຂອງບ້ານຈັດສັນໃໝ່ ບ້ານ ຫາດຂາມ, ເມືອງງອຍ, ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ລັດຕະນະໄຊ ຄຳສີດາ, ເຈົ້າເມືອງໆງອຍ, ທ່ານ ຈັນທະວົງ ຜົນນະຈິດ ຫົວໜ້າພະແນກຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ວມ, ມີຫົວໜ້າບໍລິສັດ ຮັບເໝົາກໍ່ສ້າງ, ຕາງໜ້າຈາກເຄື່ອນນໍ້າອູ 3, ອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງແຂວງ, ເມືອງ ແລະ ນາຍບ້ານເຂົ້າຮ່ວມ.
ທ່ານ ເພັດສະລິນ ມະນີຈິດ, ປະທານບໍລິສັດ ດີເອັມດີພັດທະນາ ຈໍາກັດ ໄດ້ລາຍງານການດໍາເນີນການກໍ່ສ້າງບ້ານຈັດສັນ ບ້ານຫາດຂາມ ແມ່ນ ໄດ້ລົງມືແຕ່ວັນທີ່ 15 ທັນວາ 2017 ຊຶ່ງໄດ້ລົງມືບຸກເບີກເນື້ອທີ່ດິນ ທັງໝົດ 6 ເຮັກຕ່າ, ໃນນີ້ ບຸກເບີກເຮັດບ້ານຈັດສັນ ແມ່ນ 3,5 ເຮັກຕາ ແລະ ໄດ້ກໍ່ສ້າງເຮືອນຈົນສຳເລັດທັງໝົດ ໃນວັນທີ 8 ກຸມພາ 2018. ໃນນັ້ນ ໄດ້ກໍ່ສ້າງໂຄງລ່າງພື້ນຖານບ້ານ ແລະ ອາຄານສາທາລະນະ ປະກອບມີ: ເຮັດແຜນຜັງລວມຂອງບ້ານ, ສ້າງເສັ້ນທາງເຂົ້າບ້ານມີຄວາມຍາວ 1,600 ແມັດ, ເສັ້ນທາງໃນບ້ານ ມີຄວາມຍາວ 800 ແມັດ. ກໍ່ສ້າງນ້ຳລິນແຕ່ຫົວງານຮອດບ້ານ ມີຄວາມຍາວ 6,000 ແມັດ, ຕິດຕັ້ງໝໍ້ແປງໄຟຟ້າ 250 ເຄວີເອ 1 ໜ່ວຍ, ດຶງສາຍສົ່ງໄຟຟ້າ 0,4 ເຄວີ ມີຄວາມຍາວ 2,109 ແມັດເຂົ້າເຮືອນ ແລະ ອາຄານສາທາລະນະ, ກໍ່ສ້າງຮ່ອງລະບາຍນໍ້າໃນບ້ານຍາວ 6,800 ແມັດ, ກໍ່ສ້າງຫ້ອງການບ້ານ 1 ຫຼັງ, ສຸກສາລາ 1 ຫຼັງ, ໂຮງຮຽນ 1 ຫຼັງ ແລະ ກໍ່ສ້າງວັດ, ໃນນັ້ນມີອາຣາມ 1 ຫຼັງ, ກຸຕິ 1 ຫຼັງ ແລະ ຫ້ອງນໍ້າ, ສ່ວນວຽກກໍ່ສ້າງເຮືອນຢູ່ຂອງປະຊາຊົນ ມີທັງໝົດ 71 ຫຼັງ, ແຕ່ລະຫຼັງ ມີເນື້ອທີ່ດິນ ທັງໝົດ 200 ຕາແມັດ ແລະ ໄດ້ແບ່ງເປັນ 3 ຂະໜາດ ຄື: ເຮືອນຂະໜາດ 50 ຕາແມັດ ມີ 17 ຫຼັງ, ຂະໜາດ 65 ຕາແມັດ 43 ຫຼັງ, ຂະໜາດ 85 ຕາແມັດ 11 ຫຼັງ ແລະ ໃນນີ້ ຍັງມີດິນຫວ່າງຢູ່ 16 ຕອນ.
ຈາກນັ້ນ ກໍ່ໄດ້ມີພິມອບກະແຈ ໂດຍເລີ່ມຈາກບໍລິສັດຮັບເໝົາມອບໃຫ້ເມືອງ ແລະ ເມືອງມອບຕໍ່ໃຫ້ບ້ານນຳໃຊ້.
ທ່ານ ລັດຕະນະໄຊ ຄຳສີດາ ເຈົ້າເມືອງໆງອຍ ໄດ້ເນັ້ນໃຫ້ປະຊາຊົນພາຍໃນບ້ານເອົາໃຈໃສ່ປົກປັກຮັກສາທີ່ຢູ່ອາໃສ ເຊັ່ນ: ເຮືອນຢູ່, ໂຮງຮຽນ, ສຸກສາລາ ແລະ ວັດ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຍາວນານທີ່ສຸດ, ຊຸກຍູ້ສົ່ງເສີມລູກຫຼານໄປເຂົ້າໂຮງຮຽນໃຫ້ທົ່ວເຖິງ.
Editor: ນັກຂ່າວເມືອງງອຍ