ໃນວັນທີ 8 ພຶດສະພາ ຜ່ານມານີ້ ເມືອງພູຄູນ ແຂວງຫຼວງພະບາງ ໄດ້ຈັດຝຶກອົບຮົມວຽກງານຄຸ້ມຄອງ-ນຳພາ ພະນັກງານຫຼັກແຫຼ່ງທົ່ວເມືອງຂຶ້ນ ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານຂອງ ທ່ານ ມອນໄຊ ລາວມົວຊົ່ງ ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ, ທ່ານ ຄຳກ່າງ ຮວງທະຈັນ ຮອງເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີຫົວໜ້າຫ້ອງການ, ກົມກອງ ເລຂາພັກບ້ານ ນາຍບ້ານ ໃນທົ່ວເມືອງເຂົ້າຮ່ວມ.
ໃນພິທີທ່ານ ມອນໄຊ ລາວມົວຊົ່ງ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງວຽກງານກໍ່ສ້າງພັກ-ພະນັກງານ ໂດຍສະເພາະແມ່ນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແມ່ນ ໃຫ້ເລັ່ງໃສ່ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ແລະ ຕ້ານປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ, ການຝຶກອົບຮົມໃນຄັ້ງນີ້ ມີນັກວິທະຍາກອນ ແລະ ພະນັກງານຫຼັກແຫຼ່ງທົ່ວເມືອງເຂົ້າຮ່ວມ ທັງໝົດ 62 ຄົນ, ຍິງ 2 ຄົນ, ເອກະສານທີ່ນຳມາຝຶກອົບຮົມປະກອບມີ: ເອກກະສານຄວາມຮູ້ພື້ນຖານກ່ຽວກັບພັກ ແລະ ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາ, ເອກະສານຍົກສູງຄວາມສາມາດນຳພາຂອງໜ່ວຍພັກບ້ານ, ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ, ຍົກສູງຄຸນນະພາບສະມາຊິກພັກ ແລະ ວຽກຂະຫຍາຍພັກໃນໄລຍະໃໝ່, ເອກະສານກ່ຽວກັບພະນັກງານ ແລະ ເອກະສານເພີ່ມທະວີວຽກງານປ້ອງກັນພັກໃນໄລຍະໃໝ່, ເອກະສານສ້າງບ້ານພັດທະນາ ແກ້ໄຂຄວາມທຸກຍາກດ້ວຍວິທີການຜະລິດເປັນສິນຄ້າ ແລະ ການຮັກສາສິ່ງແວດລ້ອມ.
ທັງນີ້ ກໍ່ເພືອຍົກສູງຄວາມສາມາດນຳພາຂອງໜ່ວຍພັກ ສ້າງໜ່ວຍພັກປອດໃສ ເຂັ້ມແຂງໜັກແໜ້ນ ແລະ ແບບແຜນວິທີເຮັດວຽກຄະນະພັກແຕ່ລະຂັ້ນ ພາຍຫຼັງສຳເລັດການຮຽນເອກະສານຕ່າງໆແລ້ວ ຈະມີສະຫຼຸບຕີລາຄາການຈັດຕັງປະຕິບັດ ພ້ອມທັງຖອດຖອນບົດຮຽນ.
ການຝຶກອົບຮົມວຽກງານຄຸ້ມຄອງ-ນຳພາພະນັກງານຫຼັກແຫຼ່ງ ທົ່ວເມືອງພູຄູນ ໃຊ້ເວລາທັງ ໝົດ 5 ວັນ
ນັບແຕ່ ວັນທີ 8-12 ພຶດສະພານີ້ ຈຶ່ງຈະສໍາເລັດ.
Editor: ນັກຂ່າວເມືອງພູຄູນ