ໃນຕອນບ່າຍຂອງ ວັນທີ 07 ພຶດສະພາ 2018 ນີ້ ໜ່ວຍຊາວໜຸ່ມຫ້ອງສັນຕິບານ ປກສ ແຂວງບໍລິຄຳໄຊ ໄດ້ຈັດກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ກັບ ຮາກຖານຊາວໜຸ່ມສະພາປະຊາຊົນ ແຂວງ ບໍລິຄຳໄຊ ຂື້ນ ຢູ່ທີ່ສະໜາມກິລາແສງມີໄຊ, ບ້ານຫົງໄຊ, ກິລາທີ່ແຂ່ງຂັນໃນຄັ້ງນີ້ມີ ທີມຊາຍ ແລະ ທີມຍິງ. ໜ່ວຍຊາວໜຸ່ມຫ້ອງສັນຕິບານ ນຳໂດຍ ທ່ານ ພັນໂທ ເຄນວອນ ລໍວັນໄຊ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ ພ້ອມນັກກິລາ, ຝ່າຍຮາກຖານຊາວໜຸ່ມສະພາປະຊາຊົນ ແຂວງ ນໍາໂດຍ ທ່ານ ສົມສົດ ແສງອາພອນ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ບໍລິຄໍາໄຊ ພ້ອມດ້ວຍນັກກິລາ. ຈາກນັ້ນ ທັງສອງຝ່າຍກໍ່ໄດ້ກ້າວລົງເດີ່ນເປີດສະໜາມກິລາແຂ່ງຂັນກັນ ເຊິ່ງເຕັມໄປດ້ວຍບັນຍາກາດຄຶກຄື້ນ ແລະ ເບີກບານມ່ວນຊື່ນທ່າມກາງສຽງເຊຍຈາກຜູ້ຊົມຂ້າງຂອບສະໜາມ, ທັງສອງທີມ ຕ່າງກໍ່ໄດ້ເອົາໃຈໃສ່ໃນການແຂ່ງຂັນກັນຢ່າງເຕັມຄວາມສາມາດເຫັນວ່າທັງສອງທີມຫຼິ້ນໄດ້ສູສີກັນ ແຕ່ຍ້ອນເກມການຫຼີ້ນບວກພາລະກຳລັງຂອງນັກກິລາທັງສອງຝ່າຍ ຈຶ່ງສາມາດສະເໝີກັນດ້ວຍຜົນຄະແນນ 6 ປະຕູຕໍ່ 6 ບໍ່ມີໃຜເອົາຊະນະໄດ້, ຫຼັງຈາກນັ້ນກໍ່ໄດ້ມີທີມບານເຕະ ຊາວໜຸ່ມຍິງຫ້ອງສັນຕິບານ ສາມາດເອົາຊະນະທີມຊາວໜຸ່ມຍິງ ສະພາປະຊາຊົນ ແຂວງໄປໄດ້ດ້ວຍຄະແນນ 01 ປະຕູຕໍ່ 0.
ທ່ານ ພັນໂທ ເຄນວອນ ລໍວັນໄຊ ແລະ ທ່ານ ສົມສົດ ແສງອາພອນ ກໍ່ໄດ້ກ່າວວ່າ: ການສ້າງຂະບວນການແຂ່ງຂັນກິລາໃນຄັ້ງນີ້ ແມ່ນເປັນການຮັດແໜ້ນຄວາມສາມັກຄີມິດຕະພາບ ລະຫວ່າງຊາວໜຸ່ມຫ້ອງສັນຕິບານ ປກສ ແຂວງ ກັບ ຊາວໜຸ່ມສະພາປະຊາຊົນແຂວງ ພ້ອມທັງເປັນການສົ່ງເສີມໃຫ້ພະນັກງານຫຼິ້ນກິລາອອກກຳລັງກາຍ ເພື່ອເຮັດໃຫ້ສຸຂະພາບແຂງແຮງ ແລະ ເປັນການຮັດແໜ້ນຄວາມສາມັກຄີຂອງສອງພາກສ່ວນໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ.
Editor: ປກສ ແຂວງບໍລິຄຳໄຊ