ເມື່ອວັນທີ 8 ພຶດສະພາ 2018 ນີ້ ທ່ານ ບຸນນຳ ບຸນນະສອນ ເຈົ້າເມືອງໆ ໄຊບົວທອງ, ແຂວງຄໍາມ່ວນ ໄດ້ໃຫ້ກຽດເຂົ້າຮ່ວມພິທີມອບໂທລະໂຄ່ງ ຈຳນວນ 2 ຊຸດ ໂດຍມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະພັກຮາກຖານ ກຸ່ມບ້ານ ອຳນາດການປົກຄອງຂັ້ນບ້ານ ແລະ ພໍ່ແມ່ປະຊາຊົນຢູ່ພາຍໃນ 2 ບ້ານເຂົ້າຮ່ວມ.
ຊຶ່ງທ່ານ ອວນມາ ຂັນຕິຍະວົງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ພ້ອມສະມາຊິກສະພາປະຊາຊົນ ປະຈຳເມືອງໄຊບົວທອງ ແລະ ພະນັກງານຢູ່ພາຍໃນຫ້ອງການສະພາ ໄດ້ນຳເອົາໂທລະໂຄ່ງ ຈຳນວນ 2 ຊຸດ ມາມອບໃຫ້ ບ້ານ ນໍ້າກະປໍ ແລະ ບ້ານ ນາໂມ້ ຈຸດປະສົງຂອງການມາມອບເຄື່ອງໃນຄັ້ງນີ້ ເພື່ອເປັນການເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານ, ແນວທາງນະໂຍບາຍຂອງພັກ-ລັດ ບັນດາລະບຽບການຕ່າງໆ ລວມໄປເຖິງວຽກງານທີ່ສໍາຄັນຢູ່ພາຍໃນບ້ານ ໃຫ້ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ຢ່າງກ້ວາງຂວາງ ແລະ ທົ່ວເຖິງ ແມ່ນປະຕິບັດຕາມການຮຽກຮ້ອງ ຂອງຄະນະພັກອຳນາດການປົກຄອງທັງ 2 ບ້ານ ພ້ອມກັນນັ້ນ ກໍ່ຈົ່ງນຳໃຊ້ໂທລະໂຄ່ງໃຫ້ຖືກຕ້ອງ ແລະ ສອດຄ່ອງ ແລະ ພ້ອມກັນປົກປັກຮັກສາໃຫ້ນຳໃຊ້ໄດ້ຍາວນານ.
ເຄື່ອງໂທລະໂຄ່ງທີ່ສະພາປະຊາຊົນແຂວງຄຳມ່ວນ ນຳມາມອບໃຫ້ທັງ 2 ບ້ານ ປະກອບມີ ແອມ 2 ໜ່ວຍ, ປາກເລີ 4 ປາກ, ໄມ້ໂຄໂຟນ 2 ອັນ ແລະ ສາຍໂທລະໂຄ່ງຍາວ 60 ແມັດ ລວມມູນຄ່າທັງໝົດ 2,750 000 ກີບ (ສອງລ້ານເຈັດແສນຫ້າສິບພັນ) ມອບໂດຍທ່ານ ອວນມາ ຂັດຕິຍະວົງ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ຮັບໂດຍ ຄະນະພັກຮາກຖານອຳນາດການປົກຄອງບ້ານທັງ 2 ບ້ານ ໂດຍຊ່ອງໜ້າກັບບັນດາຜູ້ເຂົ້າຮ່ວມເປັນສັກຂີພະຍານ ແລະ ມາໃນໂອກາດດັ່ງກ່າວ ສະພາປະຊາຊົນແຂວງ ຄຳມ່ວນ ກໍ່ໄດ້ມອບພັດລົມໃຫຍ່ ໃຫ້ໂຮງຮຽນ ປະຖົມ ບ້ານ ນາຄຳຈວງ ຈຳນວນ 5 ໜ່ວຍຕື່ມອີກ.
Editor: ນັກຂ່າວເມືອງໄຊບົວທອງ