ໃນວັນທີ 8 ພຶດສະພາ 2018 ຜ່ານມາ ໄດ້ມີພິທີລົງນາມເຊັນສັນຍາການຮ່ວມທຶນ ລະຫວ່າງ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ( PTL ) ຕ່າງໜ້າໂດຍທ່ານ ຈັນທອນ ສິດທິໄຊ ປະທານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ເປັນຕົວແທນ ແລະ ບໍລິສັດ ພູມາ ເອັນເນີຈີສິງກະໂປ Puma Energy (Singapore) ຕ່າງໜ້າໂດຍທ່ານ ໂຣເບີດ ໂຈນສ໌ ປະທານບໍລິສັດ ບໍລິສັດ ພູມາ ເອັນເນີຈີ Puma Energy . ໃຫ້ກຽດເປັນສັກຂີພະຍານໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີ ປະຈຳສຳນັກງານນາຍຍົກ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ. ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ການເຊັນສັນຍາ ແລະ ຮ່ວມທຶນຂອງ ພີທີແອວ PTL ກັບ ບໍລິສັດ Puma Energy ໃນຄັ້ງນີ້ ເນື່ອງຈາກທັງສອງບໍລິສັດ ແມ່ນມີທ່າແຮງ ແລະ ສັກກະຍະພາບໃນຫຼາຍໆດ້ານ. ໂດຍ PTL ໄດ້ດຳເນີນທຸລະກິດໃນການສະໜອງນ້ຳມັນເຊື້ອໄຟໃນຂອບເຂດທົ່ວປະເທດ ຈົນສາມາດຍາດເອົາສ່ວນແບ່ງໃນຕະຫຼາດຜູ້ສະໜອງນ້ຳມັນເຊື້ອໄຟ ເປັນອັນດັບຕົ້ນໆຂອງປະເທດ ແລະ ສາມາດນຳບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້. ດ້ານບໍລິສັດ Puma Energy ກໍ່ດຳເນີນທຸລະກິດນ້ຳມັນເຊື້ອໄຟໃນລະດັບສາກົນມີເຄືອຄ່າຍຢູ 49 ປະເທດທົ່ວໂລກ ມີມູນຄ່າທາງທຸລະກິດຫຼາຍກວ່າ 100 ຕື້ໂດລາສະຫະລັດ.
ການຮ່ວມມືກັນໃນຄັ້ງນີ້ ແມ່ນການເສີມສ້າງສັກກະຍະພາບຂອງການພັດທະນາທຸລະກິດຂອງບໍລິສັດໃນອານາຄົດ, ນອກນີ້ ຍັງເປັນກຳລັງແຮງໃນການສຳຮອງນ້ຳມັນເຊື້ອໄຟ ເພື່ອຮອງຮັບການພັດທະນາເສດຖະກິດ-ສັງຄົມຂອງຊາດ, ນອກນັ້ນ ບໍລິສັດ Puma Energy ຍັງຈະໃຫ້ຄວາມຊ່ວຍເຫຼືອທາງດ້ານວິຊາການເຕັກນິກ, ນຳເອົາເຕັກໂນໂລຊີທີ່ທັນສະໄໝເຂົ້າມາໃນການບໍລິຫານງານ ແລະ ຊ່ວຍການຍົກລະດັບຄວາມຮູ້ຄວາມສາມາດຂອງບຸກຄະລາກອນໃນບໍລິສັດອີກດ້ວຍ.
ທ່ານ ໂຣເບີດ ໂຈນສ໌ ໄດ້ກ່າວວ່າ: ທາງບໍລິສັດຂອງພວກເຮົາແມ່ນໄດ້ເລັ່ງເຫັນການພັດທະນາຢ່າງຕໍ່ເນື່ອງທາງດ້ານເສດຖະກິດຂອງປະເທດລາວ ພ້ອມທັງ ມີຄ່າ GDP ທີ່ເຕີບໃຫຍ່ ແລະ ຢູ່ໃນລະດັບຄົງທີຕະຫຼອດມາ, ເຊີ່ງມັນເປັນທ່າແຮງທີ່ເໝາະສົມໃນການເຂົ້າມາລົງທຶນຂະຫຍາຍການສະໜອງນ້ຳມັນເຊື່ອໄຟ ເພື່ອຮັບໃຊ້ໃນການຂະຫຍາຍຕົວຂອງເສດຖະກິດ ລວມທັງພື້ນຖານໂຄງລາງ. ພ້ອມດຽວກັນນັ້ນ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ກໍ່ເປັນບໍລິສັດທີ່ມີຄວາມເຂັ້ມແຂງໃນທຸລະກິດສະໜອງນ້ຳມັນເຊື້ອໄຟຂອງລາວ ທີ່ໜ້າສົນໃຈ, ໂດຍພວກເຮົາຫວັງວ່າການຮ່ວມທຶນໃນຄັ້ງນີ້ ຈະສາມາດຊຸກຍູ້ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ ໃຫ້ກາຍເປັນຜູ້ນຳໃນການສະໜອງນ້ຳມັນເຊື້ອໄຟຢູ່ລາວໃນອານາຄົດ.
Editor: ຕະວັນ ແສງສະຫວັນ