ໃນຕອນເຊົ້າຂອງວັນທີ 3 ພຶດສະພາ 2018 ນີ້ທີສະໂມສອນບ້ານ ກາງ ກຸ່ມໂພນທອງເມືອງໂພນໄດ້ຈັດພິທີປະກາດບ້ານ ກາງ ເປັນບ້ານສາມັກຄີປອງດອງໂດຍການເປັນປະທານຂອງ ທ່ານແຕງທອງໄຊຍະທິ ກຳມະການພັກເມືອງປະທານແນວລາວສ້າງຊາດເມືຶອງໂພນທອງ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ວັນເພັງ ພະຫົງຈັນ ຄະນະປະຈຳພັກເມືຶອງຮອງເຈົ້າເມືອງ,ທ່ານວຽງສີ ແກ້ວສີເພັດ ເລຂາພັກບ້ານ ກາງ,ປະທານແນວລາວສ້າງຊາດຂັ້ນບ້ານພ້ອມດ້ວຍພະນັກງານຫ້ອງການ ແນວລາວສ້າງຊາດເມືອງ,ອົງການປົກຄອງບ້ານ,ຕະຫລອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງຫລວງຫລາຍ.
ໃນພິທີ ທ່ານ ວຽງສີ ແກ້ວສີເພັດ ເລຂາພັກບ້ານນາຍບ້ານໆ ກາງ ກໍ່ໄດ້ຂື້ນຜ່ານບົດສະຫລຸບສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະທິດທາງໃນຕໍ່ໜ້າ ບ້ານ ກາງ ເປັນບ້ານຊົນເຜົ່າປະສົມ ມີເຜົ່າລາວ 56 ຄອບຄົວ,ເຜົ່າກຶມມຸ 50 ຄອບຄົວ,ມີຄອບຄົວທັງໝົດ 106 ຄອບຄົວ,ພົນລະເມືອງທັງໝົດ 657 ຄົນ,ຍິງ 307 ຄົນ,ອາຊິບສວນໃຫຍ່ແມ່ນການປູກຝັງ ແລະ ລ້ຽງສັດ ອາຊີບຕົ້ນຕໍແມ່ນການຄ້າຂາຍ ບໍລີການເປັນອາຊີບສຳຮອງ.ປະຈຸບັນເສດຖະກິດຂອງບ້ານ ໄດ້ມີການຂະຫຍາຍຕົວສະເລ່ຍໃສ່ຫົວຄົນໜື່ງໄດ້ 5 ລ້ານກ່ວາກີບຕໍ່ຄົນ/ປີ.ໂດຍເຫັນໄດ້ເຖີງຄວາມສາມັກຄີຂອງບັນດາຊົນເຜົ່າ,ປະຊາຊົນພາຍໃນບ້ານມີຄວາມສາມັກຄີ ແລະຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ທີ່ເປັນເອກະລັກຂອງຊາດ ແລະ ຂອງທອງຖີນເປັນຢ່າງດີ,ປະຊາຊົນດັ່ງກ່າວໄດ້ປະກາດເປັນບ້ານຈົບຊັນມັດທະຍົມບຳລຸງ, ບ້ານປອດຄະດີ,ບ້ານປອງກັນຄວາມສະຫງົບດີ,ບ້ານຢູດຕິການຖາງປ່າເຮັດໄຮ່ແບບເລືອນລອຍ,ບ້ານສາທາລະນະສູກແບບຢ່າງ, ບ້ານວັດທະນະທຳ, ບ້ານແມ່ຍິງສາມດີ, ບ້ານປອງກັນເຂັ້ມແຂງ, ຊ່ວຍພັກແຂງຮູ້ນໍາພາຮອບດ້ານຜົນງານດັ່ງກ່າວແມ່ນສະແດງເຖິງມູນເຊື້ອ ໃນການເຕົ້າໂຮມຄວາມສາມັກຄີປອງດອງ.ຈົນມາເຖີງປະຈຸບັນ, ຜ່ານການຊຸກຍູ້ຂະບວນການສ້າງຄອບຄົວແລະບ້່ານ
Editor: ຕະວັນ ແສງສະຫວັນ