ແຜນການປູກໄມ້ຂອງບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈໍາກັດ ໃນປີນີ້ ລວມ ເນື້ອທີ່ 1.200 ເຮັກຕາ ຄາດນໍາໃຊ້ເບ້ຍໄມ້ເຖິງ 1,9 ລ້ານເບ້ຍ.
ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ ຮອງຜູ້ອຳນວຍການບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ ໄດ້ໃຫ້ສຳພາດກັບນັກຂ່າວພວກເຮົາວ່າ: ແຜນປູກໄມ້ຂອງບໍລິສັດ ບົວລະພາ ແບບມີສ່ວນຮ່ວມກັບປະຊາຊົນ ໃນປີ 2018 ນີ້ ມີຢູ່ 3 ແຂວງ ຄື: ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງໄຊຍະບູລີ ເຊິ່ງເນື້ອທີ່ ທີ່ຈະປູກມີ 1.200 ເຮັກຕາ ຈະນໍາໃຊ້ເບ້ຍໄມ້ ທັງໝົດ 1.900.000 ເບ້ຍ, ໃນນັ້ນ ເປັນໄມ້ວີກ 1 ລ້ານ 6 ແສນເບ້ຍ ນອກນັ້ນ ເປັນໄມ້ກະຖິນເທພາ ລູກປະສົມ 3 ແສນເບ້ຍ ແລະ ໄມ້ສັກຈຳນວນຫນຶ່ງ ເຊິ່ງຮູບແບບການປູກແມ່ນປະຊາຊົນມີສ່ວນຮ່ວມ, ຄ່ຽງຄູ່ກັນນັ້ນ ປະຊາຊົນກໍ່ໄດ້ກະກຽມພື້ນທີ່ໄວ້ເປັນທີ່ຮຽບຮ້ອຍແລ້ວ. ປະຈຸບັນບໍລິສັດ ບົວລະພາ ປູກໄມ້ ໄປແລ້ວ 4 ພັນເຮັກຕາໃນຫລາຍປີທີ່ຜ່ານມາ ໃນນັ້ນມີ ໄມ້ວີກ, ໄມ້ກະຖີນ ແລະ ໄມ້ສັກຈໍານວນໜຶ່ງ. ປັດຈຸບັນ ບໍລິສັດ ມີໄມ້ປ້ອນໂຮງງານເຟີນີເຈີ ຢ່າງພຽງພໍ ແລະ ໃນໄວໆນີ້ບໍລິສັດກໍ່ມີແຜນຈະສ້າງຕັ້ງໂຮງງານໄມ້ຝານ, ໄມ້ອັດ ທີ່ມີຂະຫນາດໃຫຍ່ ຢູ່ທີ່ເມືອງຫີນເຫີບ, ແຂວງວຽງຈັນ ອີກຕື່ມ ເຊິ່ງມີຄວາມຕ້ອງການແຮງງານ ປະກອບເຂົ້າໃນໂຮງງານ ແລະ ແຮງງານປີ່ນອ້ອມຂະບວນການປຸງແຕ່ງ ປະມານ 3 ພັນຄົນ.
ຢ່າງໃດກໍ່ຕາມ ການດຳເນີນທຸລະກິດຂອງບໍລິສັດ ບົວລະພາ ແມ່ນກ່ຽວຂ້ອງກັບການມີສ່ວນຮ່ວມຂອງປະຊາຊົນໃນທ້ອງຖີ່ນ ຊຶ່ງສ່ວນຫນຶ່ງຈະເຮັດໃຫ້ປະຊາຊົນມີວຽກເຮັດງານທຳ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ຫມັ່ນຄົງ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
Editor: ຕະວັນ ແສງສະຫວັນ