ການຕັ້ງຈັດປະຕິບັກວຽກງານ ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຂອງຂະແໜງການເງິນ ຖືເປັນວຽກງານໜຶ່ງທີ່ສຳຄັນ. ໃນນັ້ນ, ແຂວງອຸດົມໄຊ ໄດ້ສູ້ຊົນຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍອີງໃສ່ທິດທາງແຜນການລວມຂອງກະຊວງການເງິນ, ຂອງແຂວງ ແລະ ລະບຽບຫຼັກການທີ່ກໍານົດໄວ້ ເຊິ່ງໃນປີ 2017 ຜ່ານມາ ເຫັນວ່າ ແຂວງອຸດົມໄຊ ສາມາດຕັ້ງປະຕິບັດວຽກງານຄຸ້ມຄອງລາຍຈ່າຍ ໄດ້ 97% ທຽບໃສ່ໄລຍະດຽວກັນຂອງປີ 2016 ແມ່ນຫຼຸດລົງ 3%.
ອີງຕາມຂໍ້ມູນຈາກບົດສະຫຼຸບການ ຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2017 ແລະ ທິດທາງແຜນການ 2018 ຂອງພະແນກການເງິນແຂວງເຫັນວ່າ: ຂະແໜງການເງິນໄດ້ເອົາໃຈໃສ່ຄຸ້ມຄອງຈັດສັນແຜນລາຍຈ່າຍງົບປະມານປະຈຳປີ 2017 ໃຫ້ແກ່ບັນດາຫົວໜ່ວຍງົບປະມານຂັ້ນແຂວງ, ເມືອງ ໂດຍຜ່ານອົງການປົກຄອງທ້ອງຖິ່ນ ແລະ ສະພາປະຊາຊົນແຂວງຮັບຮອງ, ໄດ້ອະນຸມັດເງິນແຕ່ລະຮ່ວງລາຍຈ່າຍທີ່ເປັນບູລິມະສິດຂອງລັດຖະ ບານ ເພື່ອໃຫ້ຄັງເງິນຈັດຕັ້ງການເບີກຈ່າຍ ເປັນຕົ້ນແມ່ນຈ່າຍເງິນເດືອນ, ເງິນອຸດໜູນໃຫ້ແກ່ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ພະນັກງານບໍານານ ໃນແຕ່ລະເດືອນໃຫ້ທັນຕາມກໍານົດເວລາ ເຊິ່ງຕາມແຜນການລາຍຈ່າຍປະຈໍາປີ 2017 (ແຜນດັດແກ້) ລວມທັງໝົດ 452,8 ຕື້ກີບ ສາມາດຈັດຕ້ັງປະຕິບັດລາຍຈ່າຍໄດ້ທັງໝົດ 436,9 ຕື້ກວ່າກີບ ທຽບໃສ່ແຜນປີແມ່ນ 97% ແລະ ທຽບໃສ່ໄລຍະດຽວກັນຂອງປີ 2016 ແມ່ນຫຼຸດລົງ 3% ໃນນັ້ນ, ລາຍຈ່າຍເງິນເດືອນ 266 ຕື້ 468 ກວ່າລ້ານກີບ, ຈ່າຍເງິນນະໂຍບາຍ 29 ກວ່າຕື້ກີບ, ຈ່າຍເງິນບໍລິຫານລັດ 29 ກວ່າຕື້ກີບ, ຈ່າຍເງິນບໍລິຫານວິຊາການ 13 ຕື້ 673 ກວ່າລ້ານກີບ, ຈ່າຍເງິນດັດສົມ 11 ຕື້ 989 ກວ່າລ້ານກີບ, ຈ່າຍເງິນແຮ 3 ກວ່າຕື້ກີບ, ຈ່າຍເງິນຊື້ຊັບສົມບັດຄົງທີ່ 2,7 ຕື້ກວ່າກີບ ແລະ ຈ່າຍເງິນລົງທຶນ 80,5 ກວ່າຕື້ກີບ.
ສ່ວນທິດທາງໃນປີ 2018 ນີ້ ທາງແຂວງອຸດົມໄຊ ກໍ່ຄືຂະແໜງການເງິນຕ້ອງສູ້ຊົນຄຸ້ມຄອງລາຍຈ່າຍງົບປະມານທີ່ເປັນບູລິມະສິດຂອງລັດຖະບານ ຕາມແຜນລາຍຈ່າຍຂອງສະພາແຫ່ງຊາດຮັບຮອງ ຕ້ອງຢູ່ໃນຂອບຂອງຕົວເລກ ທັງໝົດ 423,5 ກວ່າຕື້ກີບ ທຽບໃສ່ປີ 2017 ຕ້ອງຫຼຸດລົງ 9%.
Editor: ໜັງສືພິມເສດຖະກິດການຄ້າ