ພິທີປີດຊຸດຝຶກອົບຮົມວິຊາສະເພາະໄລຍະສັ້ນໃຫ້ກຳລັງ ປກສ ກຸ່ມບ້ານ 9 ກຸ່ມ ແລະ ປກສ ບ້ານ 43 ບ້ານ ທົ່ວເມືອງແປກ ແຂວງຊຽງຂວາງ ໄດ້ຈັດຂື້ນໃນວັນທີ 4 ພຶດສະພາ 2018 ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງແປກ ພາຍຫຼັງໄດ້ດໍາເນີນມາເປັນເວລາ 10 ວັນ ໂດຍການເຂົ້າຮ່ວມຂອງທ່ານ ພັນເອກ ບຸນລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ, ມີທ່ານ ສີວິໄລ ແສງຈະເລີນ ເລຂາພັກເມືອງ ເຈົ້າເມືອງໆແປກ, ມີຄະນະພັກ ຄະນະບັນຊາ ປກສ ເມືອງແປກ ພ້ອມດ້ວຍຄູອາຈານ ແລະ ນັກສຳມະນາກອນເຂົ້າຮ່ວມ.
ທ່ານ ພັນໂທ ນາງ ຈັນທະຈອນ ທອງປະເສີດ ຫົວໜ້າພະແນກ ປກສ ກຸ່ມບ້ານ ໄດ້ຂື້ນຜ່ານບົດສະຫຼຸບສັງເກດຕີລາຄືນກ່ຽວກັບຜົນການຈັດຕັ້ງໃນບັ້ນຝຶກອົບຮົມໃນຄັ້ງນີ້ ເຫັນວ່າຄູ-ອາຈານ ແລະ ນັກສໍາມະນາກອນ ໄດ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີການປະສານສົມທົບຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພ້ອມກັນປະຕິບັດໂມງເວລາຂື້ນຫ້ອງລົງຫ້ອງໄດ້ເປັນຢ່າງດີ. ຄູ-ອາຈານກໍໍ່ໄດ້ເອົາໃຈໃສ່ສິດສອນເນື້ອໃນເອກສານຢ່າງກົງໄປກົງມາ ເຊີ່ງເຮັດໃຫ້ນັກສໍາມະນາກອນທຸກສະຫາຍ ເຂົ້າໃຈຈະເເຈ້ງຕໍ່ເນື້ອໃນຂອງເອກະສານໄດ້ຢ່າງເລິກເຊີ່ງ ແລະ ນັກສຳມະນາກອນແມ່ນໄດ້ເອົາໃຈໃສ່ຕັ້ງໃຈຟັງການບັນລະຍາຍເອກະສານຕ່າງໆ, ມີການສົນທະນາເເລກປ່ຽນບົດຮຽນເຊີ່ງກັນ ເເລະກັນ, ສາມາດກຳໄດ້ເນື້ອໃນເອກະສານ, ຮັບຮູ້ ເເລະ ເຂົ້າໃຈເຖິງພາລະບົດບາດ, ສິດ ເເລະ ໜ້າທີວຽກງານວິຊາສະເພາະເພື່ອນຳໄປປະຕິບັດເຂົ້າໃນວຽກງານວິຊາສະເພາະຂອງຕົນໃຫ້ມີປະສິດທິຜົນສູງ.
ໂອກາດດຽວກັນນີ້ທ່ານ ພັນເອກ ບຸນລົດ ຄຳແພງພັນ ໄດ້ໃຫ້ກຽດໂອ້ລົມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາຄູຝຶກ ແລະ ນັກສຳມະນາກອນທຸກສະຫາຍ ທີ່ໄດ້ຕັ້ງໃຈຕໍ່ບັ້ນການອົບຮົມໃນຄັ້ງນີ້ຈົນໄດ້ຮັບຜົນສຳເລັດ ແລະ ທ່ານຍັງໄດ້ເໜັ້ນໜັກໃຫ້ນັກສຳມະນາກອນທຸກສະຫາຍ ຈົ່ງນຳເອົາເນື້ອບົດຮຽນດັ່ງກ່າວ ເພື່ອນຳໄປຜັນຂະຫຍາຍ ປະຕິບັດຢູ່ຂັ້ນຮາກຖານໃນວຽກງານວິຊາສະເພາະໃຫ້ເກີດໝາກເກີດຜົນ ແລະ ສຳເລັດຕາມຄາດໝາຍທີ່ວາງໄວ້.
Editor: ປກສ ແຂວງຊຽງຂວາງ