ໃນຕອນບ່າຍຂອງວັນທີ 30 ເມສາ 2018 ກອງບັນຊາການ ປກສ ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ຈັດພິທີເລົ່າຄືນມູນເຊື້ອປະຫວັດຄວາມເປັນມາຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ຄົບຮອບ 57 ປີ ( 5 ເມສາ 1961 – 5 ເມສາ 2018 ) ຂຶ້ນຢູ່ສະໂມສອນກອງບັນຊາການ ປກສ ພາຍໃຕ້ການເຂົ້າຮ່ວມ ແລະ ເລົ່າຄືນມູນເຊື້ອ ຂອງ ທ່ານ ພັນໂທ ປະຊັນ ຫຼວງພິທັກ, ຫົວໜ້າກອງບັນຊາການ ປກສ ເມືອງ, ມີນາຍ ແລະ ພົນຕໍາຫຼວດ ພາຍໃນກົມກອງເຂົ້າຮ່ວມຮັບຟັງ.
ຈຸດປະສົງໃນການເລົ່າຄືນມູນເຊື້ອຄັ້ງນີ້ ກໍ່ເພື່ອເຮັດໃຫ້ນາຍ ແລະ ພົນຕໍາຫຼວດ ໄດ້ເຊື່ອມຊືມ ແລະ ເຂົ້າໃຈເຖີງປະຫວັດຄວາມເປັນມາຂອງກໍາລັງ ປກສ ແລະ ນໍາເອົາມາເປັນບົດຮຽນໃນການປະຕິບັດ. ໃນໂອກາດນີ້ ທ່ານໄດ້ຍົກໃຫ້ເຫັນທາດແທ້ ແລະ ມູນເຊື້ອອັນສະຫງ່າອົງອາດກ້າຫານຂອງກໍາລັງໃນແຕ່ລະໄລຍະ ເຊັ່ນ: ໄລຍະແຕ່ປີ 1961 – 1975, ໄລຍະແຕ່ປີ 1976 – 1986 ແລະ ໄລຍະແຕ່ປີ 1986 ເຖິງປັດຈຸບັນນີ້, ທ່ານຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນຂອງກໍາລັງ ປກສ ໃນໄລຍະຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາປະເທດຊາດ.
ຈາກນັ້ນ ໃນພິທີກໍ່ໄດ້ມີການປະກາດການເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດເຊັ່ນ: ເລື່ອນຊັ້ນຮ້ອຍເອກຂຶ້ນພັນຕີ 2 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 2 ສະຫາຍ, ຮ້ອຍຕີຂຶ້ນຮ້ອຍໂທ 2 ສະຫາຍ ແລະ ວາທີຂຶ້ນຮ້ອຍຕີ 3 ສະຫາຍ.
Editor: ນັກຂ່າວເມືອງບົວລະພາ