ໃນທ້າຍອາທິດທີ່ຜ່ານມາ ຢູ່ທີ່ເມືອງ ບົວລະພາ ແຂວງຄຳມ່ວນ ໄດ້ຈັດກອງປະຊຸມ ຕິດຕາມ ກວດກາ ຂອງຄະນະກຳມາທິການ ວັດທະນະທຳ-ສັງຄົມ ສະພາປະຊາຊົນ ແຂວງຄຳມ່ວນ, ໂດຍການເປັນປະທານຂອງທ່ານ ຄຳໄຊ ຕາງນະວົງ ຮອງເຈົ້າເມືອງບົວລະພາ, ທ່ານ ຄໍາມະນີ ໝັ້ນຄໍາສຸກ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ, ປະທານກໍາມະທິການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ແຂວງ, ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການ, ທຸກຂະແໜງການໃນຂົງເຂດວັດທະນະທໍາ-ສັງຄົມເມືອງ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອຮັບຟັງການລາຍງານໂດຍສັງເຂບ ຂອງຂະແໜງການຕ່າງໆໃນຂົງເຂດວັດທະນະທຳ-ສັງຄົມ ເປັນຕົ້ນແມ່ນ ວຽກງານສຶກສາທິການ ແລະ ກິລາ, ວຽກງານສາທາລະນະສຸກ, ວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ວຽກງານອື່ນໆ. ຈາກນັ້ນ ທ່ານ ຄຳມະນີ ໝັ້ນຄຳສຸກ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ປະທານກຳມະທິການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າແຂວງ ທ່ານກໍ່ໄດ້ໂອລົມຕໍ່ພິທີ ແລະ ເນັ້ນໜັກໃຫ້ກັບບັນດາຜູ້ເຂົ້າຮ່ວມຈົ່ງເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນ ແລະ ນອກນັ້ນ ຍັງມີຄຳຖາມເຈາະຈີ້ມ ໃນທຸກຂົງເຂດວຽກງານ ທີ່ຍັງຄົງຄ້າງ ເພື່ອພ້ອມກັນຄົ້ນຄ້ວາ ແລະ ພິຈາລະນາແກ້ໄຂບັນຫາຕ່າງໆ ເພື່ອນໍາໄປໝູນໃຊ້ໃນຂະແໜງການຂອງຕົນຮັບຜິດຊອບຕື່ມອີກດ້ວຍ.
Editor: ນັກຂ່າວເມືອງບົວລະພາ