ເພື່ອເປັນການຂໍ່ານັບຮັບຕ້ອນ ວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ 132 ປີ ດັ່ງນັ້ນໃນວັນທີ 2 ພຶດສະພາ ຜ່ານມານີ້ ຫ້ອງການກາແດງເມືອງ ໄຊບົວທອງ ແຂວງຄຳມ່ວນ ຮ່ວມກັບອົງການກາແດງ ຮັບບໍລິຈາກເລືອດ ແຂວງ ຄຳມ່ວນ ໄດ້ເຄືອນໄຫວ ຮັບບໍລິຈາກເລືອດຢູ່ 2 ໂຮງຮຽນ ພານໃນເມືອງໄຊບົວທອງ ຄື: ໂຮງຮຽນ ມສ ສີວິໄລ, ໂຮງຮຽນ ມສ ຜາໂຄ້ງ ເຂົ້າຮ່ວມໃນການເຄື່ອນໄຫວຮັບບໍລິຈາກເລືອດໃນຄັ້ງນີ້, ມີທ່ານ ບຸນລໍ້າ ແຍງມິ່ງຂວັນ ຫົວໜ້າຫ້ອງການກາແດງເມືອງ, ທ່ານ ນາງ ເພັກຊົມພູ ສີສົນສຸກ ຮອງສູນເລືອດ ແຂວງ ຄໍາມ່ວນ ແລະ ຄູ-ອາຈານ ພ້ອມທັງນ້ອງນັກຮຽນ ທັງສອງໂຮງຮຽນເຂົ້າຮ່ວມ.
ຈຸດປະສົງຂອງການຮັບບໍລິຈາກເລືອດແມ່ນ ເພື່ອນຳໄປຊວ່ຍເຫຼືອກອບກູ້ ເອົາຊີວິດຄົນເຈັບທີ່ກຳລັງນອນປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ພາຍໃນແຂວງ ແລະ ຂອບເຂດທົ່ວປະເທດ ແລະ ທັງເປັນການສ້າງຈິດສຳນຶກໃຫ້ຊັ້ນຄົນຕ່າງໆໃນສັງຄົມເຫັນໄດ້ຄວາມຈຳເປັນຂອງການບໍລິຈາກເລືອດ ເພື່ອນຳ ໄປຊວ່ຍເຫຼືອສັງຄົມ ພ້ອມນີ້ ກໍ່ແນ່ໃສ່ປະຕິບັດ 3 ຄຳຂັວນ ຄື: ໃຫ້ມີເລືອດພຽງພໍ, ປອດໄພທ່ວງທັນກັບເວລາ ແລະ ຄວາມຕ້ອງການຂອງຄົນເຈັບ ສະເພາະການເຄື່ອນໄຫວຮັບບໍລິຈາກເລືອດໃນຄັ້ງນີ້ ມີຜູ້ເຂົ້າຮ່ວມ 200 ກວ່າຄົນ, ແລະ ໄດ້ຮັບເລືອດຈາກການບໍລິຈາກທັງໝົດ 21 ຖົງ ແລະ ໃນໂອກາດດັ່ງກ່າວ ທ່ານ ນາງ ເພັດຊົມພູ ສີສົນສຸກ ກໍ່ໄດ້ກ່າວສະແດງຄວາມຂອບອົກຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ ຄູ-ອາຈານ ກໍ່ຄືນ້ອງນັກຮຽນ ທີ່ໄດ້ສະໝັກໃຈບໍລິຈາກເລືອດໃນຄັ້ງນີ້ນຳອີກດ້ວຍ.
Editor: ນັກຂ່າວເມືອງໄຊບົວທອງ