ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2017 ແລະ ວາງທິດທາງ ປີ 2018 ຂອງຫ້ອງການ ປກສ ບໍລິການປະຊາຊົນ ກຸ່ມທ່າບົກ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ໄຂຂື້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 03 ພຶດສະພາ 2018 ນີ້, ໂດຍການເປັນປະທານຂອງ ທ່ານ ພັນຕີ ບຸນເຕີມ ສີສຸກລາດ ຄະນະພັກຮາກຖານ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າພະບາດ, ມີທ່ານ ຮ້ອຍເອກ ບົວລະວົງ ຫຼວງຜ່ານ ປະທານກວດກາໜ່ວຍພັກກຸ່ມບ້ານ ຫົວໜ້າ ປກສ ບໍລິການປະຊາຊົນ ກຸ່ມທ່າບົກ, ມີບັນດາພະແນກການຈາກ ປກສ ເມືຶອງ, ອຳນາດການປົກຄອງບ້ານ, ເລຂາພັກບ້ານ-ນາຍບ້ານ ຈຳນວນ 14 ບ້ານ ເຂົ້າຮ່ວມ.
ທ່ານ ພັນຕີ ບຸນເຮືອງ ຈັນທະວົງສາ ຮອງ ປກສ ບໍລິການປະຊາຊົນ ກຸ່ມທ່າບົກ ໄດ້ຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2017 ແລະ ທິດທາງແຜນການ ປີ 2018 ຕີລາຄືນການຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະຕົວຈິງ ແລະ ສາມາດຍາດໄດ້ຜົນງານຢ່າງຫຼວງຫຼາຍ ເຊັ່ນ: ລົງເຮັດບົດບັນທືກກັບບັນດາຮ້ານອາຫານ, ບ້ານພັກ, ໂຮງແຮມພາຍໃນເຂດຕົນຮັບຜິດຊອບໄດ້ສໍາເລັດ 100%, ເກັບກຳສະຖິຕິຄົນເພີ່ມ, ຄົນຫຼຸດ ແລະ ເສຍຊີວິດຢ່າງເປັນປົກກະຕິ, ເກັບກຳສະຖິຕິຄົນຕ່າງປະເທດມາອາໃສຢູ່ພາຍໃນກຸ່ມມີ 43 ຄົນ, ຍິງ 11 ຄົນ, ອອກບັດພັກເຊົາ ໄດ້ 268 ຄົນ, ຍິງ 76 ຄົນ, ລົງເກັບກຳສະຖິຕິຄົນບໍ່ທັນຂື້ນສໍາມະໂນຄົວ ໄດ້ 03 ຄັ້ງ, ມີ 342 ຄົນ, ຍິງ 148 ຄົນ. ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນ ໄດ້ 1 ຄັ້ງ, ມີ 4 ບ້ານ. ລົງປັບປຸງ ປກສ ບ້ານ ໄດ້ 2 ຄັ້ງ, ມີ 2 ບ້ານ. ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 1 ບ້ານ, ສົບທົບກັບອຳນາດການປົກຄອງບ້ານສືກສາອົບຮົມພວກເສບຢາເສບຕິດໄດ້ 1 ຄັ້ງ ມີ 17 ຄົນ, ສືກສາອົບຮົບກຸ່ມລັກຊັບພົນລະເມືອງໄດ້ 2 ຄັ້ງ, ມີ 6 ຄົນ, ສືກສາອົບຮົມພວກອາລະວາດຕີກັນ ໄດ້ 1 ຄັ້ງ, ມີ 17 ຄົນ, ສືກສາອົບຮົມພວກຫຼີ້ນການພະນັນຜິດກົດໝາຍ 1 ຄັ້ງ, ມີ 5 ຄົນ. ປ້ອງກັນງານບຸນ ແລະ ວັນສຳຄັນຕ່າງໆຂອງຊາດ-ຂອງພັກໄດ້ 27 ຄັ້ງ. ອອກລາດຕະເວນຕາມຊາຍແດນໄດ້ 32 ຄັ້ງ, ສືກສາອົບຮົມຄົນລັກເຂົ້າ-ອອກເມືອງຜິດກົດໝາຍໄດ້ 3 ຄັ້ງ, ມີ 12 ຄົນ, ຍິງ 8 ຄົນ. ລົງເກັບກຳຂໍ້ມູນຄາດຕະກໍາໄດ້ 3 ຄັ້ງ. ສ່ວນວຽກງານດ້ານອື່ນໆແມ່ນເຮັດສໍາເລັດຢ່າງມີປະສິດທິຜົນສູງ.
ຫຼັງຈາກນັ້ນບັນດາຜູ້ແທນກອງປະຊຸມຍັງໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບໃຫ້ມີເນື້ອໃນຄົບຖ້ວນສົມບູນຂື້ນຕື່ມ ແລະ ພ້ອມກັນວາງທິດທາງແຜນການໃນ 1 ປີ ຕໍ່ໜ້າ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບໝາກຜົນ ເພື່ອເຮັດໃຫ້ກຸ່ມຂອງຕົນມີຄວາມສະຫງົບປອດໄພ 100 %.
ໂອກາດດຽວກັນທ່ານປະທານ ກໍ່ໄດ້ຕອບຄໍາຖາມເຈາະຈິ້ມ ແລະ ແກ້ໄຂຂໍ້ຂ້ອງໃຈ ຕໍ່ບັນດາບັນດາຜູ້ແທນກອງປະຊຸມ ຕື່ມອີກ.
Editor: ປກສ ແຂວງບໍລິຄຳໄຊ