ໃນວັນທີ 2 ພຶດສະພາ ຜ່ານມານີ້ ຢູ່ທີ່ບ້ານໂນນຄູ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເລືອກຕັ້ງຄະນະບໍລິຫານງານບ້ານຊຸດໃໝ່ ໂດຍການເປັນປະທານຂອງທ່ານ ຄໍາພັນ ຄູນສັກສີ ເຈົ້າເມືອງຊົນນະບູລີ, ມີບັນດາທ່ານຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການພາຍໃນເມືອງເລຂາໜ່ວຍພັກ, ນາຍບ້ານອ້ອມຂ້າງ, ປະຊາຊົນພາຍໃນບ້ານເຂົ້າຮ່ວມຈໍານວນ 360 ຄົນ.
ທ່ານ ຄໍາຫຼ້າ ຝ້າຍພານທອງ ນາຍບ້ານໆໂນນຄູ້ ກໍ່ໄດ້ກ່າວເປີດກອງປະຊຸມ ຈາກນັ້ນ ທ່ານ ກາດໍາ ວົງທິໄຊ ຮອງນາຍບ້ານກໍ່ໄດ້ຜ່ານບົດສະຫຼຸດການຈັດຕັ້ງປະຕິບັດຂອງຄະນະປົກຄອງບ້ານໃນໄລຍະຜ່ານມາ ເຊິ່ງກໍ່ມີຜົນງານຫຼາຍດ້ານທີ່ສາມາດປະຕິບັດໄດ້ ໃນການນໍາພາປະຊາຊົນເຕົ້າໂຮມຄວາມສາມະຄີອອກແຮງງານລວມ ໄດ້ 21 ຄັ້ງ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ປະຊາຊົນປົກປັກຮັກສາ ແລະ ສືບສານວັດທະນະທໍາອັນດີງາມຂອງບ້ານ. ພ້ອມນັ້ນ ຄະນະບ້ານຊຸດເກົ່າກໍ່ໄດ້ຂຶ້ນກ່າວລາໜ້າທີ່. ໃນກອງປະຊຸມທ່ານ ວົນໃຈ ຖິ່ນທອງສີ ຫົວໜ້າຫ້ອງການພາຍໃນເມືອງ ກໍ່ໄດ້ຜ່ານມາດຖານ-ເງື່ອນໄຂຜູ້ຮັບສະໝັກ ແລະ ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການຮັບຮອງເປົ້າໝາຍຮັບສະໝັກເລືອກຕັ້ງນາຍບ້ານ ຈາກນັ້ນ ພໍ່ແມ່ປະຊາຊົນກໍ່ໄດ້ໃຊ້ສິດປະຊາທິປະໄຕປ່ອນບັດເລືອກເອົາຄະນະບໍລິຫານງານບ້ານຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 7 ທ່ານ, ເຊິ່ງໄດ້ເລືອກເອົາ 5 ທ່ານ, ຜົນຈາກການປ່ອນບັດຄັດເລືອກເຫັນວ່າ: ທ່ານ ຄໍາຫຼ້າ ຝ້າຍພານທອງ ໄດ້ເປັນນາຍບ້ານຊຸດໃໝ່, ທ່ານ ກາດໍາ ວົງວທິໄຊ, ທ່ານ ໝອນ ພັນທະໜູລີ, ທ່ານ ວັນສະເຫຼີມ ຂຽນສີວີໄລ ແລະ ທ່ານ ບຸນນົງ ແກ້ວມີສານ ເປັນຮອງນາຍບ້ານຊຸດໃໝ່.
ໃນທ້າຍພິທີ ທ່ານເຈົ້າເມືອງກໍ່ໄດ້ໂອ້ລົມພ້ອມທັງໃຫ້ທິດຊີ້ນໍາໃນການປະຕິບັດໜ້າທີ່ວຽກງານຂອງຄະນະບໍລິຫານງານບ້ານຊຸດໃໝ່ ໃຫ້ສຸ່ມໃສ່ທຸກສະຕິປັນຍາໃນການສ້າງສາພັດທະນະບ້ານໃຫ້ຈະເລີນກ່າວໜ້າຂຶ້ນເລື້ອຍໆ.
Editor: ນັກຂ່າວເມືອງຊົນນະບູລີ