ກວ່າ 30 ປີແລ້ວ ທີ່່ໂຮງງານ ເຄແອນບີ ມຸ້ງເນັ້ນສົ່ງເສີມສີມືແຮງງານ ແລະ ຜະລິດສິນຄ້າເຟີນິເຈີ ຄຸນນະພາບ, ມາດຕະຖານ ອອກຮັບໃຊ້ສັງຄົມ ຈົນເປັນທີ່ຍອມຮັບຈາກຕະຫລາດພາຍໃນ ແລະ ຕ່າງປະເທດ ຊຶ່ງກໍ່ບໍ່ແມ່ນເລື່ອງງ່າຍ ແລະ ບໍ່ແມ່ນເລື່ອງຍາກ ໂດຍພາຍໃຕ້ການບໍລິຫານຂອງທ່ານ ກອງມາລາ ພົມມາໄລ, ເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ.
ເພື່ອຈັດຕັ້ງຜັນຂະຫຍາຍການດຳເນີນທຸລະກິດໃຫ້ປະສົບຜົນສຳເລັດ ແລະ ເຕີບໃຫຍ່ຂື້ນເລື່ອຍໆນັ້ນ ເຄແອນບີເຟີນິເຈີ້ ຍັງຕ້ອງປັບປຸງຫລາຍດ້ານເປັນ ຕົ້ນ: ດ້ານເຕັກນິກວິຊາການ ຕ້ອງຍົກລະດັບສີມືແຮງງານພະນັກງານໃຫ້ເປັນມືອາຊີບ ແລະ ສາກົນ ເພື່ອໃຫ້ແທດເຫມາະກັບຄວາມຕ້ອງການຂອງຜູ້ຊົມໃຊ້ກໍ່ຄືສັງຄົມ, ສ້າງຖານການຕະຫລາດທີ່ເປັນຈຸດແຂງ ແລະ ເຂັ້ມແຂງການບໍລິການ-ການຂາຍ ໃຫ້ເຂົ້າເຖິງທຸກກຸ່ມລູກຄ້າທຸກປະເພດ ທັງພາຍໃນ ແລະ ຕ່າງປະເທດ ລວມໄປເຖິງການຂະຫຍາຍຕະຫລາດອອກສູ່ກຸ່ມປະເທດໃນອາຊຽນ ຫລື ເອອີຊີ ເພື່ອເປັນການປະເມີນແລກປ່ຽນບົດຮຽນ ແລະ ການແຂ່ງຂັນການຂາຍສິນຄ້າກັບເຂົາເຈົ້າ ເພື່ອນຳແຫລງລາຍຮັບເຂົ້າປະເທດເຮົາໃຫ້ຫລາຍທີ່ສຸດ ນັ້ນຄືຄວາມສຳເລັດອັນຍິ່ງໃຫຍ່ ທີ່ໂຮງງານ ເຄແອນບີ ເຟີນິເຈີ້ ຕ້ອງກ້າວໄປໃຫ້ເຖິງ.
ທ່ານ ກອງມາລາ ພົມມາໄລ ຍັງກ່າວຕື່ມວ່າ: ນາຍົກລັດຖະມົນຕີ ໄດ້ອອກຄຳສັ່ງເລກທີ 15/ນຍ ເມື່ອວັນທີ 13 ພຶດສະພາ 2016 ຜ່ານມາ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ ແລະ ກວດກາການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ນີ້ບໍ່ແມ່ນຄັ້ງທຳອິດ ທີ່ນາຍົກ ກໍຄື ລັດຖະບານມີຄວາມພະຍາຍາມໃນການແກ້ໄຂບັນຫາໄມ້ ແຕ່ລັດຖະບານຊຸດຜ່ານມາ ກໍຖືເປັນນະໂຍບາຍແຫ່ງຊາດ ທີ່ເລັ່ງແກ້ໃຫ້ເຂົ້າສູ່ລະບົບ. ສະເພາະ ເຄແອນບີ ເຟີນິເຈີ ເລື່ອງວັດຖຸດິບ ແມ່ນຍັງບໍ່ພຽງພໍກັບຄວາມຕ້ອງການທີ່ຈະສະໜອງໃຫ້ແກ່ການຜະລິດ, ເຊິ່ງໃນແຕ່ລະປີໂຮງງານ ເຄແອນບີເຟີນິເຈີ້ ພວກເຮົາ ຍັງມີແຕ່ອາໃສເກັບຊື້ໄມ້ນອນ-ຂອນຕາຍ, ໄມ້ເກັບຊື້ນຳປະຊາຊົນ ແລະ ອື່ນໆ ມາຜະລິດເທົ່ານັ້ນ, ລວມທັງການເຂົ້າຫາແຫຼ່ງທຶນຍັງຂາດ. ເພາະສະນັ້ນ ຈຶ່ງຖືວ່າເປັນການວຽກອີກອັນໜຶ່ງ ທີ່ຈະຕ້ອງສຸມໃສ່ແກ້ໄຂໃນຕໍ່ຫນ້າ.
ມີສຽງສຳພາດທ່ານ ກອງມາລາ ພົມມາໄລ ເຈົ້າຂອງໂຮງງານ ເຄແອນບີ ເຟີນິເຈີ. ມາໃຫ້ຮັບຟັງເພີ່ມຕື່ມ
ປ່ອຍສຽງສໍາພາດ
Editor: ຕະວັນ ແສງສະຫວັນ