ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດກອງບັນຊາການ ປກສ ເມືອງໂພນໂຮງ,ແຂວງວຽງຈັນ ຕ້ອງໃຊ້ເວລາຕິດຕາມເປົ້າໝາຍເກືອບ 2 ເດືອນ ກ່ອນຈະຈັບຕົວເປົ້າໝາຍໄດ້ລວມ 6 ຄົນ ພ້ອມທັງຢຶດຂອງກາງຢາບ້າໄດ້ທັງໝົດ 1,486 ເມັດ ມາດຳເນີນການສືບສວນ-ສອບສວນ.
ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງໂພນໂຮງເປີດເຜີຍໃຫ້ຮູ້ວ່າ: ທ້າວ ນ້ອຍ ອາຍຸ 27 ປີ ອາຊີບ ຊາວນາ ຢູ່ບ້ານ ນ້ອຍ ເມືອງໂພນໂຮງ, ແຂວງວຽງຈັນ ຖືກຈັບຕົວມາດຳເນີນຄະດີ ຄັ້ງວັນທີ 27 ມີນາ 2018 ພ້ອມຂອງກາງຢາບ້າຈຳນວນ 134 ເມັດ, ທ້າວ ໂຕ ອາຍຸ 15 ປີ ນັກຮຽນ ບ້ານແສນຊຸມ ເມືອງໂພນໂຮງ ແຂວງວຽງຈັນ ຖືກຈັບຕົວຄັ້ງໃນວັນທີ 21 ມີນາ ປີ 2018 ຜ່ານມານີ້ ພ້ອມທັງຢືດຂອງກາງຢາບ້າໄດ້ຈຳນວນ 17 ເມັດ, ນາງ ເບົ້າຢ່າງ ອາຍຸ 18 ປີ ອາຊີບ ຊາວນາ ຢູ່ບ້ານນາເລົ່າ ເມືອງໂພນໂຮງ ແຂວງວຽງຈັນ ຖືກຈັບຕົວມາດຳເນີນຄະດີ ໃນຄັ້ງວັນທີ 11 ເມສາ 2018 ຜ່ານມານີ້ ພ້ອມທັງຢືດຂອງກາງຢາບ້າໄດ້ຈຳນວນ 1.129 ເມັດ, ທ້າວ ທົ່ງໄຊ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານ ໂພນໂຮງ ເມືອງ ໂພນໂຮງ, ແຂວງວຽງຈັນ ຖືກຈັບຕົວຄັ້ງວັນທີ 2 ເມສາ 2018, ພ້ອມຢຶດຂອງກາງຢາບ້າຈຳນວນ 22 ເມັດ, ທ້າວ ເຢັນ ອາຍຸ 27 ປີ ອາຊີບ ຊາວນາ ຢູ່ບ້ານໂພນໂຮງ ເມືອງໂພນໂຮງ ແຂວງວຽງຈັນ ຖືກຈັບຕົວມາດຳເນີນຄະດີ ໃນຄັ້ງວັນທີ 5 ເມສາ 2018 ຜ່ານມານີ້ ພ້ອມຢືດຂອງກາງຢາບ້າໄດ້ຈຳນວນ 134 ເມັດ, ທ້າວ ບູລິຊາ ອາຍຸ 20 ປີ ອາຊີບກຳມະກອນ ບ້ານ ໂພນໂຮງ ເມືອງໂພນໂຮງ ແຂວງວຽງຈັນ ຖືກຈັບຕົວມາດຳເນີນຄະດີ ໃນຄັ້ງວັນທີ 2 ເມສາ 2018 ຜ່ານມານີ້ ພ້ອມຢຶດຂອງກາງຢາບ້າໄດ້ 50 ເມັດ, ມາດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາກຸ່ມແກ້ງຜູ້ຮ່ວມຂະບວນການມາລົງໂທດຕາມລະບຽບກົດໝາຍ.
ປະຈຸບັນ ເຈົ້າໜ້າທີ່ກຳລັງສະຫຼຸບສັງລວມຂໍ້ມູນຫຼັກຖານພວກຖືກຫາທັງ 6 ຄົນ ພ້ອມຂອງກາງຢາຈຳນວນ 1486 ເມັດ ແລ້ວສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງວຽງຈັນ ເພື່ອສົ່ງໄອຍະການສັ່ງຟ້ອງສານຕັດສິນຕາມຂັ້ນຕອນຂອງກົດໝາຍໃນຂັ້ນຕໍ່ໄປ.
Editor: ເມືອງໂພນໂຮງ