ເພື່ອຊ່ອຍບັນຫາຄວາມທຸກຍາກ ໃຫ້ແກ່ຜູ້ທຸກຍາກອານາຖາ ຂາດຜູ້ເບີ່ງແຍງດູແລ ດັ່ງນັ້ນ ໃນວັນທີ 29 ເມສາ 2018 ຊາວໜຸ່ມອາສະໝັກຂັ້ນແຂວງ, ເມືອງ ໄດ້ສົມທົບກັບອານາດການປົກຄອງ ບ້ານ ວັງແປ້ນ, ເມືອງ ວຽງທອງ, ແຂວງ ບໍລິຄາໍໄຊ ເພື່ອປຸກສ້າງເຮືອນຫຼັງໃໝ່ໃຫ້ແກ່ ແມ່ຕູ້ ເຄນ ທີ່ຂາດຍາດຕິຜິ່ນ້ອງ ແລະ ຄົນດູແລ ໂດຍການເຂົ້າຮ່ວມຂອງ ທາ່ນ ອະລຸນສັກ ປະທາໍມະວົງ ຮອງເຈົ້າເມືອງ ວຽງທອງ ພ້ວມດ້ວຍທີມງານຊາວໜຸ່ມອາສາ ຈາກ ແຂວງ, ເມືອງ ແລະ ອໍານາດການປົກຄອງ ບ້ານວັງແປ້ນ.
ເຮືອນທີ່ສ້າງຂື້ນໃໝ່ໃຫ້ ແມ່ຕູ້ ເຄນ ໃນຄັ້ງນີ້ ມີຂະໜາດ 5 ຄູນ 6 ແມັດ, ແອ້ມດ້ວຍແປ້ນ, ມຸງດ້ວຍສັງກະສີ, ປູພື້ນດ້ວຍເປ່ຕັ່ງ ນອກຈາກປູເຮືອນໃຫ້ແລ້ວ ທາງທີມງານກໍ່ໄດ້ມອບອຸປະກອນຮັບໃຊ້ຢູ່ພາຍໃນເຮືອນເປັນຕົ້ນ: ເຂົ້າສານ, ເຄື່ອງບ່ອນນອນ, ເຄື່ອງຄົວເຮືອນ ແລະ ເຄື່ອງນຸ່ງຮົ່ມ ຄີດມູນຄາ່ທັງເຮືອນ ແລະ ເຄື່ອງຮັບໃຊ້ຕ່າງໆ ເປັນມູນຄ່າ 11,072,000 ກີບ ແລະ ໂອກາດດຽວກັບນີ້ທີມງານ ສໍານັກເຕົ໋າ ແລະ ບິກເທເລຄອມ ມອບອຸປະກອນຮັບໃຊ້ການຮຽນເຊັ່ນ: ປື້ມ, ບິກ, ສໍ, ບັນທັດ, ໝາກບານ ພ້ອມນີ້ ກໍໄດ້ແຈກ ໝີ່, ເຂົ້າໜົມ ໃຫ້ນ້ອງນັກຮຽນປະຖົມ, ອານຸບານ ບ້ານ ວັງແປ້ນ ຄິດເປັນມູນຄາ່ 8,500,000 ກີບ ແລະ ນາໍພານ້ອງນັກຮຽນ ສ້າງກີດຈະກາໍຢ່າງເບີກບານມ່ວນຊື່ນ
Editor: ເມືອງວຽງທອງ