ໃນຕອນເຊົ້າຂອງວັນທີ 1 ພຶດສະພາ 2018 ນີ້ ທີ່ສະໂມສອນໃຫ່ຍຂອງເມືອງໂພນທອງແຂວງຫລວງພະບາງ ໄດ້ຈັດພິທີປາຖະກາຖາ ແລະ ທົບທວນຄືນ ວັນກຳມະກອນສາກົນ ຄົບຮອບ 132 ປີ ໂດຍໃຫ້ກຽດຂຶ້ນປາຖະກາຖາ ຂອງ ສະຫາຍ ນາງ ວັນເພັງ ພະຫົງຈັນ ຄະນະປະຈໍາພັກເມືອງໂພນທອງ, ມີບັນດາຄະນະປະຈໍາພັກ, ກໍາມະການພັກ, ຫົວໜ້າຮອງຫົວໜ້າຫ້ອງການ, ສະມາຊິກສະຫະພັນກຳມະບານທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ເພື່ອໃຫ້ສະມາຊິກກໍາມະບານພາຍໃນ ເມືອງໂພນທອງ ເຂົ້າໃຈ ຄວາມເປັນມາຂອງວັນກໍາມະກອນສາກົນ, ທົບທວນຄືນວັນສຳຄັນດັ່ງກ່າວ ຄົບຮອບ 132 ປີ ແລະ ປຸກລະດົມສະມາຊິກ ກໍາມະບານ ປະກອບສ່ວນເຂົ້າໃນຂະບວນການຕ່າງໆຂອງກໍາມະບານລາວເວົ້າລວມເວົ້າສະເພາະ ກໍ່ຄືສະມາຊິກກຳມະບານທົ່ວເມືອງໂພນທອງ.
ໂອກາດນີ້, ສະຫາຍ ນາງ ວັນເພັງ ພະຫົງຈັນ ໄດ້ໃຫ້ກຽດ ເລົ່າຄືນປະຫວັດຄວາມເປັນມາໂດຍຫຍໍ້ ຂອງວັນກຳມະກອນສາກົນ ຊຶ່ງມີເນື້ອໃນບາງຕອນວ່າ: ໃນວັນທີ 1 ພຶດສະພາ 1886 ເປັນເທື່ອທໍາອິດໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກ, ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ຕໍ່ສູ້ສົມທົບກັບເນຶ້ອໃນຂອງຖະແຫຼງການ ຮຽກຮ້ອງໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີກຳມະກອນ ວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ”. ໃນມື້ນັ້ນ ໄດ້ມີກຳມະກອນ ນັດຍຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ; ມີຜູ້ເຂົ້າຮ່ວມ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນຕ້ອງຮັບຮອງເອົາສິດໃນການເຮັດວຽກຂອງກຳມະກອນໃນມື້ໜຶ່ງ 8 ຊົ່ວໂມງ.
Editor: ເມືອງໂພນທອງ