ໃນວັນທີ 1 ພຶດສະພາ ຜ່ານມານີ້ ຢູ່ທີ່ຫໍປະຊຸມໃຫ່ຍຂອງເມືອງງອຍ ແຂວງຫຼວງພະບາງ ໄດ້ຈັດພິທີປາຖະກາຖາ ວັນກຳມະກອນສາກົນ ຄົບຮອບ 132 ປີ ຄື (ວັນທີ 1 ພຶດ ສະພາ 1886-ວັນທີ 1 ພຶດສະພາ 2018) ມີບັນດາຜູ້ເຂົ້າຮ່ວມຮັບຟັງໃນຄັ້ງນີ້ມີຄະນະປະຈໍາ, ຄະນະພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ,ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າ.
ໃຫ້ກຽດປາຖະກະຖາໂດຍທ່ານ ລັດຕະນະໄຊ ຄໍາສີດາ ເຈົ້າເມືອງໆງອຍ ເຊິ່ງທ່ານໄດ້ເລົ່າປະຫວັດແຫ່ງການກຳເນີດ, ເຕີບໃຫ່ຍຂອງຊົນຊັ້ນກໍາມະກອນ ແລະ ພາລະກໍາປະ ຫວັດສາດຂອງຂະບວນກໍາ ມະກອນສາກົນ ໃນເມື່ອກ່ອນຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດ ການອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສຽງສູງຕໍ່ຊີວິດ, ບັງຄັບຂົ່ມເຫັງໃຫ້ ການອອກແຮງງານບໍ່ມີການພັກຜ່ອນເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກ ຄ່າແຮງງານຕໍ່າ ສະນັ້ນ ຊາວຜູ້ອອກແຮງງານຈໍາເປັນຈຶ່ງໄດ້ຈັດຕັ້ງເປັນກຸ່ມ ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດ ຜ່ອນຊົ່ວໂມງເຮັດວຽກລົງ, ແຕ່ນີ້ຕໍ່ໄປບໍ່ໃຫ້ກໍາມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວ ໂມງພັກຜ່ອນ ແລະ 8 ຊົ່ວໂມງຮ່ຳຮຽນ ແລະ ກຳນົດເອົາວັນທີ 1 ພືດສະພາ ຂອງທຸກໆປີເປັນວັນບຸນໃຫ່ຍຂອງຊົນຊັ້ນກຳມະ ກອນໃນທົ່ວໂລກ.
Editor: ນັກຂ່າວເມືອງງອຍ