ໃນຕອນເຊົ້າ ວັນທີ 1 ພຶດສະພາ 2018 ຜ່ານມາຢູ່ທີ່ ສວນປະຕູໄຊ ນະຄອນຫລວງວຽງຈັນ ໄດ້ຈັດກິດຈະກຳ ຍ່າງເພື່ອສຸຂະພາບ ຂ່ໍານັບຮັບຕ້ອນ ແລະ ຊົມເຊີຍ ວັນກຳມະກອນສາກົນ ຄົບຮອບ 132 ປີ (01 ພຶດສະພາ 1886-01 ພຶດສະພາ 2018) ຢ່າງເປັນຂະບວນຟົດຟື້ນ. ເຂົ້າຮ່ວມໃນພິທີມີ ທ່ານ ໄຊສົມພອນ ພົມວິຫານ, ປະທານສູນກາງແນວລາວສ້າງຊາດ, ທ່ານ ປ້ານ ນ້ອຍມະນີ, ປະທານສູນກາງສະຫະພັນກໍາມະບານລາວ, ພ້ອມດ້ວຍບັນດາພະນັກງານ, ທະຫານ, ຕໍາຫລວດ, ພໍ່ແມ່ປະຊາຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມຢ່າງຫລວງຫລາຍ.
ກິດຈະກຳຍ່າງດັ່ງກ່າວ ຍັງເປັນການໂຄສະນາ ແລະ ສຶກສາອົບຮົມ ໃຫ້ແກ່ພະນັກງານ, ລັດຖະກອນ,ສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານ ບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈເຖິງມູນເຊື້ອທາດແທ້ ປະຫວັດຄວາມເປັນມາ ຂອງວັນກຳມະກອນສາກົນ, ຜົນງານການເຄື່ອນໄຫວ ຂອງກຳມະກອນລາວ ໃນພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກຳມະກອນທົ່ວໂລກ; ສ້າງຂະບວນການຕ່າງໆ ໃຫ້ຟົດຟື້ນ.
ວັນກຳມະກອນສາກົນ ຄົບຮອບ 132 ປີ ນີ້ຖືວ່າ ເປັນປາງບຸນສຳຄັນ ຂອງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໃນແຕ່ລະຂົງເຂດ ແນ່ໃສ່ເພື່ອຜູກແໜ້ນຄວາມສາມັກຄີ ຮັກແພງອັນເປັນປຶກແຜ່ນ, ເພື່ອພ້ອມກັນມີສຸຂະພາບພາລະນາໄມ ທີ່ແຂງແຮງ ສຸມຈິດໃຈເຫື່ອແຮງ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ ວຽກງານດ້ວຍຄວາມຮັບຜິດຊອບສູງ ໃນໜ້າທີ່ ການເມືອງຂອງຕົນ, ຕັດສິນໃຈຜ່ານຜ່າອຸປະສັກ ຄວາມຫຍຸ້ງຍາກ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດແຫ່ງການ ປົກປັກຮັກສາ ແລະ ສ້າງປະເທດຊາດໃຫ້ຈະເລີນ ຮຸ່ງເຮືອງ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ທີ່ພັກປະຊາຊົນປະຕິວັດລາວກຳນົດໄວ້.
Editor: ນະຄອນຫລວງວຽງຈັນ