ໃນລະຫວ່າງ ວັນທີ 25 ຫາ 26 ເມສາ 2018 ເຊີ່ງກົງກັບມື້ຂື້ນ 11, 12 ຄໍ່າ ເດືອນ 7 ລາວ ສພ 2561, ນີ້ ຊາວບ້ານເມືອງຂັນ ກຸ່ມບ້ານ ພັນຊຳ, ເມືອງຊໍາໃຕ້ ແຂວງຫົວພັນ ໄດ້ພ້ອມກັນເຮັດບຸນຄົບງັນວັດ ເພື່ອເປີດສູດພະພຸດທະຮູບອົງຕື້ ວັດບ້ານຂອງຕົນຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມຂອງພະສົງສຳມະເນນ, ການນຳຂອງເມືອງ, ກຸ່ມບ້ານ ແລະ ຍາດພີ້ນ້ອງຢູ່ໃກ້ ແລະ ໄກ ຕະຫຼອດຮອດຊາວບ້ານເມືອງຂັນເຂົ້າຮ່ວມຢ່າງຫຼວງຫຼາຍ.
ບ້ານເມືອງຂັນ ປະກອບມີ 137 ຄອບຄົວ, ມີພົນລະເມືອງ 678 ຄອບຄົວ ຍິງ 300 ຄົນ, ໃນນີ້ ຊົນເຜົ່າລາວ ແລະ ໄຕແດງ 132 ຄອບຄົວ, ກືມມຸ 40 ຄອບຄົວ ແລະ ມົ້ງ 6 ຄອບຄົວ. ຕົກມາຮອດປີ 2016 ດ້ວຍຄວາມເມດຕາກະລູນາຂອງພຣະອາຈານ ຈັນທອນ ແລະ ປະຊາຊົນຊາວບ້ານເມືອງຂັນ ທີ່ມີຈຸດປະສົງຢາກສ້າງພະພຸດທະຮູບອົງຕື້ ເພື່ອສ້າງເປັນບ່ອນສັກກະລະບູຊາກາບໄຫວຂອງຄົນລາວຊາວພຸດ ໃຫ້ລຸ່ນລູກຫຼານສືບທອດໃນອານາຄົດ. ດັ່ງນັ້ນ ມາຮອດປີ 2018 ນີ້ ເປັນປີທີ່ ເໝາະສົມ ແລະ ມີເງື່ອນໄຂ ດັ່ງນັ້ນ ເຖົ້າແກ່ແນວໂຮມ, ອໍານາດການປະຄອງ ແລະ ປະຊາຊົນ ຈິ່ງໄດ້ຮ່ວມແຮງ ຮ່ວມໃຈກັນຄົບງັນ, ໂດຍມີຊາວບ້ານ ແລະ ຍາດພີ້ນ້ອງເປັນຈຳນວນຫຼວງຫຼາຍມາຮ່ວມເຮັດບຸນກີນທານ, ໃນນີ້ ປະກອບມີກອງທານ, ພະສາດ, ຫໍເຂົ້າ, ຕົ້ນກະລາພຶກ ແລະ ອື່ນໆຢ່າງເປັນຂະບວນຟົດຟື້ນ. ທັ້ງນີ້ເພື່ອເປັນການປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດລາວໃຫ້ນັບມື້ຮຸ່ງເຮືອງສີວິໄລຂື້ນເລື້ອຍ.
Editor: ເມືອງຊຳໃຕ້