ເພື່ອແນໃສ່ຮັກສາສະຖຽນລະພາບທາງດ້ານເສດຖະກິດໃຫ້ມີຄວາມໝັ້ນຄົງ ບໍ່ໃຫ້ມີຜົນກະທົບໄປສູ່ບັນຫາອື່ນໆ ທີ່ຈະກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ ທັງເປັນການປົກປ້ອງຜູ້ບໍລິໂພກ ໃຫ້ໄດ້ຮັບຄວາມເປັນທຳທາງດ້ານລາຄາ, ປະລິມານ, ຄຸນນະພາບ ແລະ ປ້ອງກັນບໍ່ໃຫ້ຊາວຄ້າຂາຍສວຍໂອກາດຂຶ້ນລາຄາຕາມລຳພັງໃຈ ໂດຍສະເພາະ ໃນໂອກາດທີ່ລັດຖະບານ ປະກາດຂຶ້ນເງິນເດືອນຂັ້ນຕ່ຳໃຫ້ພະນັກງານກຳມະກອນ ຈາກ 9 ແສນກີບ ມາເປັນ 1 ລ້ານ 1 ແສນກີບ.
ດັ່ງນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມເປັນຜູ້ຄຸ້ມຄອງມະຫາພາກ ໄດ້ອອກແຈ້ງການ ສະບັບເລກທີ 0485/ອຄ.ກຄພນ ລົງວັນທີ 27 ເມສາ 2018 ໃຫ້ຂະແໜງການກ່ຽວຂ້ອງໃນຂອບເຂດທົ່ວປະເທດ ເປັນເຈົ້າການ ຕິດຕາມກວດກາສະພາບລາຄາສິນຄ້າ ແລະ ບໍລິການຢ່າງເຄັ່ງຄັດກວ່າເກົ່າ. ຊຶ່ງໃນແຈ້ງການໄດ້ເນັ້ນໜັກໃຫ້ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເພື່ອບໍ່ໃຫ້ເໜັງຕີງຂຶ້ນໂດຍບໍ່ມີເຫດຜົນ ເວົ້າສະເພາະ ແມ່ນເພື່ອຮອງຮັບກັບການປັບຂຶ້ນຄ່າແຮງງານຂັ້ນຕ່ຳຈາກ 900.000 ກີບເປັນ 1.100.000 ກີບຕໍ່ຄົນຕໍ່ເດືອນ ທີ່ຈະເລີ່ມປະຕິບັດນັບແຕ່ວັນທີ 1 ພືດສະພາ 2018 ນີ້ເປັນຕົ້ນໄປ.
ໃຫ້ສືບຕໍ່ປະສານສົມທົບກັບຂະແໜງການກ່ຽວຂ້ອງພາຍໃນແຂວງ ເພື່ອຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ເປັນຕົ້ນແມ່ນສິນຄ້າສະບຽບອາຫານ ເຊັ່ນ: ຊີ້ນ, ເຂົ້າກິນ, ປາ, ໄກ່ ແລະ ພືດຜັກອື່ນໆ ລວມທັງເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຮັບປະກັນການຕອບສະໜອງ ແລະ ຄວາມຕ້ອງການ.
Editor: ຕະວັນ ແສງສະຫວັນ