ກອງປະຊຸມຄົ້ນຄວ້າຫາລື ຮ່າງຍຸດທະສາດ ດັ່ງກ່າວ ໄດ້ຈັດຈື້ນ ເປັນເວລາ 2 ມື້, ໃນລະຫວ່າງວັນທີ 26-27 ເມສາ 2018 ທີ່ຜ່ານມາ, ທີ່ໂຮງແຮມຄຣາວພາຊາ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ດຣ. ໄຕ ພະສະຫວັດແອງທອງ ຫົວຫນ້າພະແນກອະນາໄມສິ່ງແວດລ້ອມ ແລະ ຄຸ້ມຄອງສຸຂະພາບຜູ້ອອກແຮງງານ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ທ່ານນາງ ຈູລຽດ ຟາຍໂຊ ຜູ້ຕາງຫນ້າອົງການອະນາໄມໂລກ ປະຈໍາ ສປປ ລາວ ພ້ອມນີ້ຍັງມີຜູ້ເຂົ້າຮ່ວມ 60 ທ່ານ ທີ່ມາຈາກ ກົມ, ພະແນກ, ສູນຂ, ຫນ່ວຍງານ ອ້ອມຂ້າງກະຊວງສາທາລະນະສຸກ, ພ້ອມນີ້ຍັງມີຜູ້ຕາງຫນ້າ ຈາກກະຊວງ, ບັນດາຜູ້ຊຽວຊານຈາກອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ ເຂົ້າຮ່ວມຫາລື ຄົ້ນຄວ້າໃນຄັ້ງນີ້.
ຈຸດປະສົງຂອງກອງປະຊຸມ ຄັ້ງນີ້ ເພື່ອເພີ່ມຄວາມເຂົ້າໃຈ ແກ່ຜູ້ສ້າງນະໂຍບາຍ ຂອງຂະແຫນງການຕ່າງໆ ແລະ ຄູ່ຮ່ວມງານໃນຫລາຍພາກສ່ວນ ກ່ຽວກັບຄວາມສໍາຄັນຂອງການຫລຸດຜ່ອນ ການສໍາຜັດກັບທາດໄຍຫິນ, ພ້ອມກັນນັ້ນ ຍັງເປັນການປັບປຸງຮ່າງຍຸດທະສາດ 2018-2030 ລວມທັງແຜນງານແຫ່ງຊາດ 5 ປີ 2018-2022 ໃນ ສປປ ລາວ, ເພື່ອລຶບລ້າງພະຍາດທີ່ເກີດຈາກທາດໄຍຫີນ ໂດຍການເກັບກໍາແນວຄວາມຄິດ ແລະ ການປະກອບຄໍາເຫັນ ຈາກຜູ້ເຂົ້າຮ່ວມທັງໝົດ.
Editor: ກຳປານາດ ລັດຖະເຮົ້າ