ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມ ຮ່າງແຜນຍຸດທະສາດການທ່ອງທ່ຽວລາວ 2018-2022 ຂື້ນທີ່ຖຮງແຮມຄຣາວພາຊາ, ນະຄອນຫລວງວຽງຈັນ, ໂດຍການເປັນປະທານ ຂອງ ທ່ານ ສູນ ມະນີວົງ ຫົວຫນ້າກົມໂຄສະນາການທ່ອງທ່ຽວ ກະຊວງ ຖວທ, ເຂົ້າຮ່ວມມີຮອງກົມ, ຫົວຫນ້າພະແນກ, ຂະແຫນງການ, ວິຊາການ ແລະ ຜູ້ຕາງຫນ້າອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງກັບວຽກງານການທ່ອງທ່ຽວ.
ກອງປະຊຸມ ດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງ ການນໍາສະເຫນີແຜນຍຸດທະສາດ ດ້ານການຕະຫລາດ ການທ່ອງທ່ຽວລາວ 2018-2022 ໃນຫລາຍຂໍ້ ການປ່ຽນແປງ ແລະ ການເຂື່ອມໂຍງກັບແຜນປະຈຸບັນ, ຄວາມຕ້ອງການຂອງຕະຫລາດ ໃນປະຈຸບັນ ແລະ ອະນາຄົດ, ລວມທັງບັນຫາ ແລະ ສິ່ງທ້າທາຍຕ່າງໆ, ກາລະໂອກາດ ແລະ ຕະຫລາດບູລິມະສິດ. ບັນດາກິດຈະກໍາທາງການຕະຫລາດ, ພາບລັກ ແລະ ຕໍາແຫນ່ງທາງການຕະຫລາດ ການທ່ອງທ່ຽວລາວ, ການຄຸ້ມຄອງ, ການຊີ້ນໍາ ແລະ ບຸກຄະລາກອນ, ແຜນການຈັດຕັ້ງປະຕິບັດ, ເປົ້າຫມາຍ ແລະ ການວັດແທກຜົນໄດ້ຮັບ.
ໃນປີ 2016 ການທ່ອງທ່ຽວເປັນອົງປະກອບທີ່ໃຫຍ່ ອັນດັບທີ 3 ໃນດ້ານລາຍຮັບຈາກການສົ່ງອອກ, ຮອງຈາກບໍ່ແຮ່ ແລະ ພະລັງງານໄຟຟ້າ, ໂຕເລກການເຕີບໂຕ ຊີ້ໃຫ້ເຫັນວ່າ ສປປ ລາວ ອາດໄດ້ຕົວເລກນັກທ່ອງທ່ຽວ ທີ່ເພີ່ມຂື້ນ, ສໍາລັບປີ 2016 ມີນັກທ່ອງທ່ຽວຕ່າງປະເທດ ປະມານ 4,2 ລ້ານຄົນ, ທຽບໃສ່ປີ 2015 ຫລຸດລົງ 9,5 ສ່ວນຮ້ອຍ, ເຖິງແມ່ນວ່າຕົວເລກທີ່ຕົກນີ້ ອາດມາຈາກຫລາຍສາເຫດພາຍນອກ ໂດຍສະເພາະຕົວເລກທີ່ຫລຸດກວ່າໝູ່ແມ່ນ ນັກທ່ອງທ່ຽວ ຈາກປະເທດເພື່ອນບ້ານໃກ້ຄຽງ. ສ່ວນຕົວເລກການທ່ອງທ່ຽວໂລກ ກໍາລັງເພີ່ມຂື້ນ ໂດຍມີຈຸດຫມາຍປາຍທາງ ທີ່ອາຊີ-ປາຊີຟິກ ຫລາຍກວ່າຫມູ່, ປະເທດລາວ ຕ້ອງໄດ້ລົງມືຍາດເອົາສ່ວນແບ່ງ ຈາກນັກທ່ອງທ່ຽວທີ່ສ້າງຜົນກໍາໄລນີ້. ການພັດທະນາການທ່ອງທ່ຽວ ໃນ ສປປ ລາວ ກໍາລັງໄດ້ຮັບການລົງທຶນ ຢ່າງໃຫຍ່ຫລວງ ແລະ ມີບາດກ້າວເຕີບໃຫຍ່, ເຖິງແມ່ນວ່າ ຈະມີການກ່າວເຖິງ ການຂາດກິດຈະກໍາສໍາລັບນັກທ່ອງທ່ຽວ, ການຂາດການພັດທະນາໂຄງລ່າງພື້ນຖານ ໃນສະຖານທີ່ທ່ອງທ່ຽວ ແລະ ການຂາດຖ້ຽວບິນສາຍກົງ ໃນຫລາຍປະເທດ ແລະ ຫນ້າວຽກອັນແທ້ຈິງໃນຕອນນີ້ ແມ່ນການພັດທະນາທາງດ້ານການຕະຫລາດ, ການສື່ສານຂໍ້ຄວາມດຶງດູດນັກທ່ອງທ່ຽວ. ການທ່ອງທ່ຽວລາວ ຍັງສຶບຕໍ່ແຂ່ງຂັນ ກັບຄູ່ແຂ່ງລະດັບພາກພື້ນ, ປະເທດລາວຖືກຖືເປັນຈຸດຫມາຍປາຍທາງ ເພີ່ມຂື້ນຕື່ມ ເຖິງ 70 ສ່ວນຮ້ອຍ ຂອງນັກທ່ອງທ່ຽວສາກົນ ທີ່ມີແຜນເດີນທາງຢ້ຽມຢາມປະເທດອື່ນໆໃນໂລກ, ນັກທ່ອງທ່ຽວ ທີ່ເດີນທາງມາລາວ ເຊັ່ນ: ຈາກໄທ 60 ສ່ວນຮ້ອຍ, ກໍາປູເຈຍ, ຈີນ ແລະ ຫວຽດນາມ 53 ສ່ວນຮ້ອຍ, ນອກຈາກນັ້ນຍັງມີບັນດາປະເທດອາຊີຕະເວັນອອກສ່ຽງໃຕ້ອື່ນໆ 18 ສ່ວນຮ້ອຍ. ເຊີ່ງລາວແມ່ນມີຄວາມແຕກຕ່າງໃນການດຶງດູດນັກທ່ອງທ່ຽວ ຢູ່ບ່ອນວ່າ ເປັນປະເທດທີ່ມີຄວາມສະຫງົບ ຂອງອາຊີຕະເວັນອອກສ່ຽງໃຕ້ ເຂິ່ງເປັນເຄື່ອງຫມາຍຂອງຄວາມຮັກ, ຄວາມເປັນກົກເຫງົ້າ ແລະ ພະລັງງານຊີວິດ.
Editor: ກຳປານາດ ລັດຖະເຮົ້າ