ໃນວັນທີ 25 ເມສາ 2018 ທີ່ຜ່ານມາ ທີ່ໂຮງແຮມແລນ-ມາກ ທະນາຄານຮ່ວມພັດທະນາ ໄດ້ຈັດກອງປະຊຸມສະຫລຸບຜົນງານການດຳເນີນທຸລະກິດ ຂອງທະນາຄານຮ່ວມພັດທະນາ ໃນໄຕມາດທີ 1 ປະຈໍາປີ 2018 ແລະ ພ້ອມດ້ວຍການຈັດງານພົບປະລູກຄ້າ ລວມທັງການຈັບສະຫລາກມອບໂຊກ ຄືນກໍາໄລແກ່ລູກຄ້າ ຂອງທະນາຄານອີກດ້ວຍ.
ເຊີ່ງງານດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ມີ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ພ້ອມນີ້ຍັງມີ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາ, ມີບັນດາຄະນະຜູ້ອໍານວຍການ, ຮອງອໍານວຍການ, ຫົວຫນ້າພະແນກ, ຫົວຫນ້າສູນ, ຫນ່ວຍບໍລິການຕ່າງໆ ໃນທົ່ວປະເທດ, ພະນັກງານ ພາຍໃນທະນາຄານ, ບັນດາແຂກວີໄອພີ ແລະ ລຸກຄ້າທະນາຄານເຂົ້າຮ່ວມ ຢ່າງພ້ອມພຽງ,
ງານດັ່ງກ່າວ ເພື່ອເປັນການສະຫລຸບຜົນງານການດໍາເນີນທຸລະກິດ ຂອງທະນາຄານຮ່ວມພັດທະນາ ປະຈໍາໄຕມາດ ທີ 1 ປີ 2018 ແລະ ທັງເປັນການຄືນກໍາໄລແກ່ລູກຄ້າ ທີ່ຝາກເງິນປະຈໍາ ນໍາທະນາຄານຮ່ວມພັດທະນາ ໂດຍການແຈກລົດ ຈິບ ເຊບໂຣເລັກ 1 ຄັນ, ເປັນການແຈກເປັນປີທີ 3 ແລະ ຍັງມີລາງວັນໂທລະສັບ ໄອໂຟນ ເອັຊ ສໍາລັບລູກຄ້າທີ່ນໍາໃຊ້ຜະລິດຕະພັນ ໂມບາຍແບງຄິງ ( JDB Yes ) ຂອງທະນາຄານຮ່ວມພັດທະນາ ຄື: ຜະລິດຕະພັນ Yes Pay ເຂົ້າໃນການຊໍາລະສິນຄ້າ ໂດຍຜ່ານ ລະບົບ ຄິວອາຣໂຄດ ໂດຍບໍ່ຈໍາເປັນຕ້ອງຈ່າຍເງິນສົດ, ເປັນການອໍານວຍຄວາມສະດວກ ແກ່ລູກຄ້າຂອງ ທະນາຄານ, ສາມາດທໍາທຸລະກໍາທາງການເງິນດ້ວຍຕົນເອງ ຜ່ານມືຖືສະມາດໂຟນ ໂດຍບໍ່ຈໍາເປັນເຂົ້າມາທະນາຄານ. Yes Pay ແມ່ນຜະລິດຕະພັນຫນຶ່ງ ທີ່ມີຄວາມທັນສະໄຫມ ໄດ້ມາດຕະຖານສາກົນ ເປັນແອບທີ່ສາມາດດາວໂຫລດໄດ້ ດ້ວຍຕົນເອງ.
JDB Yes ສາມາດເຮັດໄດ້ ຄື: ການໂອນເງີນຜ່ານເລກບັນຊີ, ຊໍາລະບິນລາວໂທລະຄົມ, ອີທີແອວ, ນໍ້າປະປາ, ການເຕີມເງິນ ບັດໂທລະສັບ ລາວໂທລະຄົມ ແລະ ອີທີແອວ, ການຊໍາລະບັດເຄດິດ, ຕິດຕາມລາຍການເຄື່ອນໄຫວການນໍາໃຊ້ບັດເຄດິດ, ໂອນເງີນຜ່ານຫມາຍເລກໂທລະສັບ ພີທູພີ ( P2P ), ການທວງຫນີ້ Pay me , ການລ໋ອກບັດເຄດິດ ຫລື ບັດເອທີເອັມ.
ທະນາຄານ ຮ່ວມພັດທະນາ ເປັນທະນາຄານທີ່ມີຄວາມທັນສະໄຫມ ໄດ້ມາດຕະຖານສາກົນ ໄດ້ຮັບໃບຢັ້ງຍືນ ISO 9001:2015 ໃນດ້ານການບໍລິການ ໃນປີຜ່ານມາ, ແລະ ກໍາລັງພັດທະນາກາຍເປັນ ທີ່ໃຊ້ລະບົບ ດີຈິຕອນ ໃນເທື່ອລະກ້າວ. ມາໃນປະຈຸບັນ ທະນາຄານມີຫນ່ວຍບໍລິການ ທັງໝົດ 55 ຫນ່ວຍບໍລິການ ໂດຍໄດ້ອອກຜະລິດຕະພັນໃຫມ່ໆ ເພື່ອຕອບສະຫນອງແກ່ລູກຄ້າ ຢ່າງຫລວງຫລາຍ, ໄດ້ຮັບຄວາມປະທັບໃຈ ເຊັ່ນ: ການກູ້ເງີນເພື່ອພະນັກງານ, ເງີນກູ້ເພື່ອການສຶກສາ ພາຍໃນ ແລະ ຕ່າງປະເທດ. ໃຫມ່ສຸດກໍ່ຄືການອອກຜະລິດຕະພັນ ເຮັດທຸລະກໍາເງິນຜ່ານມືຖື ໂມບາຍແບ່ງຄີງ ເວົ້າໂດຍຫຍໍ້ ກໍ່ຄື: ເຈດີບີ ເຢສ ເຊີ່ງໄດ້ເປີດໂຕ ໃນຕົ້ນປີ 2018 ນີ້.
Editor: ກຳປານາດ ລັດຖະເຮົ້າ