ໃນວັນທີ 25 ເມສາ 2018 ຄະນະທີມງານກວດກາສີນຄ້າປອມແປງເຄື່ອງໝາຍການຄ້າ, ສີນຄ້າບໍ່ ໄດ້ມາດຖານ, ສີນຄ້າລະເມີດລິຂະສິດ ແລະ ສີນຄ້າໝົດອາຍຸເຊື່ອມຄຸນນະພາບ ເມືອງຄໍາ ໄດ້ຈັດພິທີທຳ ລາຍສີນຄ້າຂື້ນ ທີ່ຫຼັກ 14 ເສັ້ນທາງເລກ 6 ເມືອງຄຳ ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ໃຈເພັດ ພີມວົງສາ ຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການ-ການເງີນເມືອງຄໍາ, ມີຫົວໜ້າ, ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານລັດ ຖະກອນຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຕ່າ ສົມທະແພງ ຫົວໜ້າໜ່ວຍງານການຄ້າເມືອງ ໄດ້ຂື້ນຜ່ານບົດລາຍງານວ່າ: ຜ່ານການຈັດຕັ້ງປະຕິບັດຕົວຈີງຂອງຄະນະຊີ້ນຳ ແລະ ທີມງານກວດກາສີນຄ້າປອມແປງເຄື່ອງ ໝາຍການຄ້າ, ສີນຄ້າບໍ່ໄດ້ມາດຖານ, ສີນຄ້າລະເມີດລິຂະສິດ ແລະ ສິນຄ້າໝົດອາຍຸເຊື່ອມຄຸນນະພາບ ແມ່ນໄດ້ເອົາໃຈໃສ່ປະຕິບັດລະບຽບຢ່າງເຂັ່ມງວດສາມາດກວດກາບັນດາຮ່າງຮ້ານໄດ້ທັງໝົດ 64 ຮ້ານ ແລະ ຍຶດສີນຄ້າໝົດອາຍຸໄດ້ 18 ຮ້ານເປັນຕົ້ນແມ່ນປະເພດເຂົ້າໜົມ ແລະ ອາຫານ, ປະເພດເຄື່ອງດື່ມ ແລະ ປະເພດເຄື່ອງສຳອາງໄດ້ຈຳນວນ 230 ຢ່າງ ລວມເປັນມູນຄ່າທັງໝົດ 2 ລ້ານກວ່າກີບ. ທັງນີ້ກໍ່ເພື່ອ ເຮັດໃຫ້ວຽກງານດັ່ງກ່າວມີຄວາມເຂັ່ມແຂງ, ຮັບປະກັນຜົນປະໂຫຍດຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ ຈາກ ຜົນກະທົບທາງລົບທີ່ມາຈາກການຊົມໃຊ້ສີນຄ້າທີ່ເຊື່ອມຄຸນນະພາບ ພ້ອມທັງເປັນການສົ່ງເສີມຜະລິດຕະພັນພາຍໃນເມືອງໃນການນຳເຂົ້າ ແລະ ຈຳໜ່າຍສີນຄ້າ, ການບໍລິການໃຫ້ໄດ້ຄຸນນະພາບ, ໄດ້ມາດຕະຖານ ຖືກຕ້ອງ ແລະ ສອດຄ່ອງກັບລະບຽບກົດໝາຍ, ເຮັດໃຫ້ສັງຄົມ ມີຄວາມຍຸຕິທຳ, ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໃນການຮັກສາຊີວິດການເປັນຢູ່, ສຸຂະພາບ, ຊັບສີນ, ສິດ ແລະ ຜົນປະໂຫຍດອັບຊອບທຳຂອງຜູ້ບໍລິໂພກທີ່ໄດ້ຮັບຜົນກະທົບຈາກການນຳໃຊ້ສີນຄ້າ ແລະ ການບໍລິການເປັນຕົ້ນ ແມ່ນອາຫານ, ເຄື່ອງດື່ມ, ເຄື່ອງສຳອາງ ແລະ ສີນຄ້າອື່ນໆພ້ອມນັ້ນກໍ່ຍັງໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງ ພໍ່ແມ່ປະຊາຊົນບັນດາເຜົ່າດີຂື້ນເທື່ອລະກ້າວ. ນອກຈາກນີ້ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຕື່ມອີກ.
ເນື່ອງໃນໂອກາດດັ່ງກ່າວ ທ່ານ ໃຈເພັດ ພີມວົງສາ ຫົວໜ້າຫ້ອງການການ ເງີນເມືອງຄໍາ ກໍ່ໄດ້ຂື້ນໂອ້ລົມໃຫ້ຄຳຄິດຄຳເຫັນ ກ່ອນອື່ນໝົດທ່ານຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາພ້ອມທັງໃຫ້ທິດຊີ້ນຳແກ່ຄະນະທີມງານກວດກາສີນຄ້າ ຈົ່ງພ້ອມກັນນຳເອົາເອກະສານຕ່າງໆກ່ຽວກັບສີນຄ້າລົງເຜີຍແຜ່ເຊື່ອມຊືມ ໃຫ້ແກ່ຜູ້ປະກອບການໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈໃຫ້ ທົ່ວເຖີງ ແລະ ເລິກເຊີ່ງຂື້ນເປັນກ້າວໆ. ຫຼັງຈາກນັ້ນ ຄະນະກໍ່ໄດ້ພ້ອມກັນຈູດທຳລາຍສີນຄ້າ ຫມົດອາຍຸ ດັ່ງກ່າວ.
ທີມຂ່າວເມືອງຄໍາ, ແຂວງຊຽງຂວາງ
Editor: ກຳປານາດ ລັດຖະເຮົ້າ