ໃນວັນທີ 24 - 25 ເມສາ 2018 ນີ້ ຢູ່ທີ່ໂຮງຮຽນ ມຕົ້ນ ກະສອນ ໄດ້ຈັດພິທີປະກາດ ບ້ານນາແຊວ ແລະ ບ້ານນາສີຄໍາໄຊ ກຸ່ມບ້ານກະສອນ ເປັນບ້ານວັດທະນະທໍາຂອງເມືອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພອນຈັນ ຂະທຸມພົມ ຮອງເລຂາພັກເມືອງ ຮອງເຈົ້າເມືອງຊໍາໃຕ້, ມີ ທ່ານ ຄອນສີ ວິໄລຍາ ກໍາມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະທະນະທໍາ ແລະ ທ່ອງທ່ຽວ ເມືອງຊໍາໃຕ້, ມີ ເລຂາ ຄະນະພັກກຸ່ມບ້ານ, ບັນດາຫ້ອງການກ່ຽວຂອ້ງຂອງເມືອງ, ທ່ານແຂກທີ່ຖືກເຊີນ ຕະຫຼອດຮອດພໍ່ແມ່ປະຊາຊົນທັງສອງບ້ານເຂົ້າຮວມຢ່າງພ້ອມພຽງ.
ພິທີປະກາດບ້ານວັດທະນະທໍາໃນຄັ້ງນີ້ ທ່ານ ສົມພອນ ນາຍບ້ານ ບ້ານນາແຊວ ແລະ ທ່ານ ວິພອນ ນາຍບ້ານ ນາສີຄໍາໄຊ ໄດ້ລາຍງານຕໍ່ພິທີໃຫ້ຮູ້ວ່າ: ທັງສອງບ້ານລວມມີ 86 ຫຼັງຄາເຮືອນ, ມີ 97 ຄອບຄົວ, ພົນລະເມືອງ 461 ຄົນ, ຍີງ 211 ຄົນ ເປັນຊົນເຜົ່າໄຕແດງ 100%, ອາຊີບຕົ້ນຕໍ ແມ່ນເຮັດໄຮ່ປູກເຂົ້າ, ລ້ຽງສັດ ແລະ ຕ່ໍາຫູກທໍໄໝເປັນອາຊີບສໍາຮອງ. ໃນໄລຍະຜ່ານມາຄະນະຮັບຜິດຊອບສ້າງບ້ານວັດທະນະທຳ ກໍ່ໄດ້ນຳເອົາ ບັນດາເອກະສານມາດຖານເງື່ອນໄຂຂອງການສ້າງຄອບຄົວ ແລະ ບ້ານວັດທະນະທຳ ລົງເຜີຍແຜ່ໃຫ້ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ພ້ອມນັ້ນພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ກໍ່ໄດ້ລົງຕິດຕາມຊຸກຍູ້ ຢ່າງໃກ້ສິດ ບັນດາວຽກງານຕ່າງໆ ຂອງບ້ານເປັນຕົ້ນວຽກງານສຶກສາ, ວຽກງານສາທາລະນະສຸກ, ວຽກງານຍຸຕິທຳ, ວຽກງານຊາວໜຸ່ມ, ວຽກງານແມ່ຍີງ ແລະ ວຽກງານສຳຄັນອື່ນໆ ຈົນໄດ້ຮັບຜົນສຳເລັດ ສະແດງອອກ ສາມາດໄດ້ຮັບນາມມະຍົດເປັນບ້ານສາທາລະນະສຸກແບບຢ່າງ, ບ້ານສາມັກຄີແນວລາວສ້າງຊາດ, ບ້ານສະຫະພັນແມ່ຍີງ 3 ດີ, ໜ່ວຍຊາວໜຸ່ມ 4 ບຸກ, ບ້ານປອດຄະດີ ແລະ ອື່ນໆ ໂດຍຜ່ານການຈັດຕັ້ງປະຕິບັດແຕ່ລະບາດກ້າວໄດ້ຮັບຜົນສຳເລັດ ຈົນມາເຖີງປັດຈຸບັນສາມາດປະກາດຮັບຮອງເອົາ 2 ບ້ານເປັນບ້ານວັດທະນະທຳ ບ້ານທີ 31-32 ຂອງເມືອງຊຳໃຕ້ ແລະ ເປັນບ້ານທີ 384-385 ຂອງແຂວງຫົວພັນ.
ໃນພິທີຄັ້ງນີ້ ທ່ານ ພອນຈັນ ຂະທຸມພົມ ຮອງເລຂາພັກເມືອງ ຮອງເຈົ້າເມືອງຊໍາໃຕ້ ໄດ້ເປັນກຽດຂື້ນມອບໃບຢັ້ງຢືນຄອບຄົວ ແລະ ບ້ານວັດທະນະທໍາ ໃຫ້ສອງບ້ານ ຢ່າງສົມກຽດ ພ້ອມທັງມີຄຳເຫັນໂອ້ລົມຕໍ່ພິທີ ເຊີ່ງທ່ານຍັງໄດ້ເໜັ້ນໜັກໃຫ້ອຳນາດການປົກຄອງ, ການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນທັງສອງບ້ານ ຈົ່ງພ້ອມກັນເພີ່ມຄວາມສາມັກຄີຢ່າງໜັກແໜ້ນ, ເອົາໃຈໃສ່ປົກປັກຮັກສານາມມະຍົດບ້ານວັດທະນະທຳໄວ້ໃຫ້ໝັ້ນຄົງ ແລະ ບັນຫາສຳຄັນອື່ນໆອີກ. ຈາກນັ້ນ ທ່ານ ພອນຈັນ ຂະທຸມພົມ ຮອງເລຂາພັກເມືອງ ຮອງເຈົ້າເມືອງຊໍາໃຕ້ ແລະ ທ່ານຄອນສີ ວິໄລຍາ ກໍາມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະທະນະທໍາ ແລະ ທ່ອງທ່ຽວ ເມືອງຊໍາໃຕ້ ກໍ່ໄດ້ໃຫ້ກຽດຕັດແຖບຜ້າເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ຮັບຮອງເອົາສອງບ້ານ ຄື: ບ້ານນາແຊວ ແລະ ບ້ານນາສີຄຳໄຊ ເປັນບ້ານວັດທະນະທໍາຢ່າງເປັນທາງການ.
ແຫລ່ງຂ່າວໂດຍ: ທອງແດງ ສີແກ້ວວົງອິນນາ ຫ້ອງການຖະແຫຼງຂ່າວເມືອງຊຳໃຕ້
Editor: ກຳປານາດ ລັດຖະເຮົ້າ
{gallery}News/sbd/2018/04/27/sbd-03{/gallery}