ໃນລະຫວ່າງວັນທີ 24-25 ເມສາ 2018 ຜ່ານມາ, ທີ່ສູນການຄ້າລາວ-ໄອເຕັກ, ນະຄອນຫລວງວຽງຈັນ ເນື່ອງໃນໂອກາດເປີດງານມະຫະກໍາຊັບສິນທາງປັນຍາ 2018 ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຈັດກອງປະຊຸມສໍາມະນາ ກ່ຽວກັບວຽກງານຊັບສິນທາງປັນຍາ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ປອ ສຸຣິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າມີມີຫົວຫນ້າກົມ, ຮອງກົມ, ພະແນກການທີ່ກ່ຽວຂ້ອງ, ພາກສ່ວນຫົວຫນ່ວຍທຸລະກິດ, ສະມາຄົມ, ບັນດາບໍລິສັດ, ແຂກຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ ຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ຮອງລັດຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມສໍາມະນາ ຄັ້ງນີ້, ພາຍໃຕ້ຫົວຂໍ້ທີ່ວ່າ: ແມ່ຍິງສ້າງນະວັດຕະກໍາ ແລະ ປະດິດແຕ່ງ ເປັນພະລັງງານແຫ່ງການປ່ຽນແປງ ເຊີ່ງເນັ້ນໃຫ້ເຫັນເຖິງການມີສ່ວນຮ່ວມຂອງແມ່ຍິງ ໃນການຊຸກຍູ້ສົ່ງເສີມນະວັດຕະກໍາ ແລະ ການປະດິດຄິດແຕ່ງ ເນັ້ນໃນລະບົບຊັບສິນທາງປັນຍາ ທີ່ຈະສາມາດຊ່ວຍສະຫນັບສະຫນູນ ນະວັດຕະກໍາ ແລະ ການປະດິດຄິດແຕ່ງຂອງແມ່ຍິງ. ສະນັ້ນ ກົມຊັບສິນທາງປັນຍາ ໄດ້ໃຫ້ຄໍາປຶກສາສົນທະນາແລກປ່ຽນ ແລະ ຈັດໃຫ້ມີກອງປະຊຸມສໍາມະນາ ກ່ຽວກັບວຽກງານຊັບສິນທາງປັນຍາ ຂື້ນ ເພື່ອເປັນການແນະນໍາ ແລະ ບໍລິການ ກ່ຽວກັບກ່ຽວກັບການຈົດທະບຽນຊັບສິນອຸດສາຫະກໍາ ແລະ ການແຈ້ງຂໍ້ມູນລິຈະສິດ ແລະ ສິດກ່ຽວກັບລິຂະສິດ, ການແລກປ່ຽນບົດຮຽນ ແລະ ປະສົບການ ລະຫວ່າງ ພາກທຸລະກິດດ້ວຍກັນ ລວມທັງສະຖາບັນການສຶກສາ ໂດຍໄດ້ຮ່ວມກັບສູນກາງສະຫາພັນແມ່ຍິງລາວ ເພື່ອເສີມສ້າງຄວາມເຂົ້າໃຈ ວຽກງານຊັບສິນທາງປັນຍາ ໃຫ້ແກ່ແມ່ຍີງລາວ ສາມາດນໍາໃຊ້ເປັນເຄື່ອງມື ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ເຫັນໄດ້ເຖິງຄວາມສໍາຄັນຂອງການນໍາໃຊ້ຊັບສິນທາງປັນຍາ ເຂົ້າໃນຊີວິດປະຈໍາວັນ ກໍ່ຄືການສ້າງເສດຖະກິດ ຂອງຕົນໃຫ້ດີຂື້ນ.
ສໍາລັບ ສປປ ລາວ ໄດ້ມີການພັດທະນາທາງດ້ານເສດຖະກິດ ໂດຍມີການນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ທີ່ທັນສະໄຫມ ເຂົ້າໃນການຜະລິດ ສົ່ງເສີມການຄົ້ນຕວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຢ່າງເປີດກວ້າງ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ໃຫ້ມີການພັດທະນາໃນຕໍ່ຫນ້າ. ສປປລາວ ມີຄວາມຕໍາເປັນຕ້ອງປັບປຸງລະບົບຊັບສິນທາງປັນຍາ ໃຫ້ມີຄວາມກ້າວຫນ້າທັນສະໄຫມ ແລະ ສາມາດນໍາເອົາຄວາມຮູ້ນະວັດຕະກໍາ ແລະ ຊັບສິນທາງປັນຍາ ຢູ່ ສປປ ລາວ ມາພັດທະນາສູ່ການຜະລິດສິນຄ້າ ແລະ ການບໍລິການ ໂດຍສາມາດຮອງຮັບໄດ້ທັນສະພາບການ ສາມາດແຂ່ງຂັນໃນເວທີສາກົນ, ວຽກງານຊັບສິນທາງປັນຍາ ຍັງມີຄວາມສໍາຄັນຕໍ່ວຽກງານການຄ້າ ແລະ ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ຂອງຊາດ ເຊີ່ງໄດ້ຕິດພັນກັບການພັດທະນາຊັບພະຍາກອນມະນຸດ ຫລື ການພັດທະນາຄວາມຮູ້, ຄວາມຊໍານິຊໍານານ ແລະ ຄວາມສາມາດຕົວຈິງ ທີ່ເປັນອົງກະກອບສໍາຄັນແກ່ການປະດິດສ້າງ, ການປະດິດແຕ່ງ ເຊີ່ງເປັນປະໂຫຍດ ແກ່ການສ້າງແຫລ່ງລາຍຮັບ, ສົ່ງເສີມການຄ້າ, ສິນຄ້າ ແລະ ການບໍລິການ, ການລົງທຶນ ເພື່ອຫລຸດຜ່ອນການແຕກໂຕນກັນ ທາງດ້ານການພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທໍາ ຂອງຊາດ.
ໃນພາກບ່າຍ ຂອງມື້ດຽວກັນ ກໍ່ຍັງມີການສໍາມະນາ ໃນຫລາຍຫົວຂໍ້ ກ່ຽວກັບບົດຮຽນ ແລະ ປະສົບການໃນການຈົດທະບຽນຊັບສິນທາງປັນຍາ ຂອງບໍລິສັດ ອິນໂນວາ ແລະ ການນໍາສະເຫນີ ໃນຫົວຂໍ້ ພະລັງານ ແລະ ການທົດລອງ ແຮໂດະ ດ້ວຍເຄື່ອງມື ທາງວິທະຍາສາດ
Editor: ກຳປານາດ ລັດຖະເຮົ້າ