ກອງປະຊຸມສະຫຼຸບວຽກງານພາຍໃນ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ຂອງຫ້ອງການພາຍໃນເມືອງໂພນທອງ, ແຂວງຫລວງພະບາງ ໄດ້ຈັດຂື້ນໃນວັນທີ 30 ເມສາ 2018 ນີ້ ທີ່ສະໂມສອນໃຫ່ຍຂອງເມືອງ ໂພນທອງ ໂດຍການເຂົ້າຮ່ວມຂອງທ່ານ ສົມມາລີ ຄຳເກັ່ງ ເຈົ້າເມືອງ-ເມືອງໂພນທອງ, ທ່ານ ໄຊພອນ ພົມອາລົມ ຮອງຫົວໜ້າພະແນກພາຍໃນແຂວງຫຼວງພະບາງ ມີຄະນະປະຈໍາພັກ, ກຳມະການພັກ, ຫົວໜ້າຮອງຫົວໜ້າຫ້ອງການ, ຫົວໜ້າ 5 ກຸ່ມບ້ານ, ນາຍບ້ານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ທ່ານ ຝົງລໍ ດົວປໍ ກໍາມະການພັກເມືອງ ຫົວໜ້າຫ້ອງການພາຍໃນເມືອງໂພນທອງ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການປີ 2018, ບົດສະຫຼຸບການສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ສ້າງບ້ານໃຫ່ຍເປັນສີສັນຕົວເມືອງນ້ອຍໃນຊົນນະບົດ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຫຼາຍດ້ານ ເປັນຕົ້ນແມ່ນ: ການປັບປຸງ, ສັບຊ້ອນ ກຳນົດບຸກລະຄາກອນ, ກົງຈັກການຈັດຕັ້ງຫ້ອງການ ແລະ ອົງການປົກຄອງບ້ານໃຫ້ສອດຄ່ອງກັບພາລະບົດບາດໜ້າທີຂອງແຕ່ລະຂົງເຂດວຽກງານ, ສຸມໃສ່ຈັດຕັ້ງເຜີຍແຜ່ຄໍາສັ່ງແນະນໍາວ່າດ້ວຍການແກ້ໄຂພົນລະ
ເມືອງຍົກຍ້າຍບໍ່ຖືກຕ້ອງ ເຮັດໃຫ້ຫັນເຂົ້າສູ່ລະບຽບເທື່ອລະກ້າວ ເຊິ່ງໃນປີ 2017 ສາມາດຈົດທະບຽບຄອບຄົວໄດ້ທັງໝົດ 344 ທະບຽນ ໃນນັ້ນ ທະບຽນ ການເກີດ 297 ທະບຽນ, ແຕ່ງດອງ 39 ທະບຽນ ຢ່າຮ້າງ 3 ທະບຽນ ,ເສຍຊີວິດ 5 ທະບຽນ, ຢັ້ງຢືນການປ່ຽນຊື່ ແລະ ນານສະກຸນ 57 ຄົນ, ວຽກງານແຂ່ງຂັນ-ຍ້ອງຍໍ ໄດ້ຄັດເລືອກຜົນງານບຸກຄົນ ກົມກອງ ດີເດັ່ນໃນການປະກອບສ່ວນປົກປັກຮັກສາ ແລະ ພັດທະນາເມືອງ ຍ້ອງຍໍຂອງເຈົ້າເມືອງໂພນທອງ ປະຈຳປີລວມໝູ່ ແລະ ບຸກຄົນທັງໝົດ 1,050 ທ່ານ ແລະ 23 ກົມກອງ; ໄດ້ຜັນຂະຫຍາຍຄໍາສັ່ງແນະນຳຂອງທ່ານເຈົ້າເມືອງເພື່ອເຊື່ອມຊຶມໃຫ້ຄະນະພັກ ຄະນະນຳຂອງເມືອງ ແລະ ອົງການປົກຄອງບ້ານ ຫັນເປັນແຜນງານໂຄງການຈຸດສຸມອັນລະອຽດຂອງແຕ່ລະຂະແໜງການ ໃນການສຸມໃສ່ປະຕິບັດໃຫ້ໄດ້ຕາມຄາດໝາຍ ຕາມມາດຖານເງືອນໄຂແຕ່ລະດ້ານ ໄດ້ສຸມໃສ່ປະເມີນຄືນບ້ານຈຸດສຸມທີ່ຈະສ້າງເປັນສີສັນຕົວເມືອງນ້ອຍ ຈໍານວນ 2 ບ້ານ. ໃນທີ່ປະຊຸມຍັງໄດ້ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຊຸກຍູ້ວຽກງານສາມສ້າງເຂົ້າສູ່ລົງເລິກປີ 2018 ແລະ ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
Editor: ເມືອງໂພນທອງ