ຕາມການລາຍງານ ຈາກຫົວໜ້າພະແນກການເງິນ ແຂວງສາລະວັນ ໄດ້ໃຫ້ຮູ້ວ່າ: ສະພາຮັບຮອງການຈັດເກັບລາຍຮັບ ທີ່ກະຊວງການເງິນມອບໃຫ້ ທັງໝົດ 204 ຕື້ກວ່າກີບ ໃນນັ້ນ ພູດລາຍຮັບ ທີ່ສູນກາງປະຕິບັດຢູ່ແຂວງ 64 ຕື້ກວ່າກີບ ແລະ ລາຍຮັບພູດທ້ອງຖິ່ນ 139 ຕື້ກວ່າກີບ. ຜ່ານການປະຕິບັດ ໃນງວດ ທີ I ປີ 2018 ສາມາດປະຕິບັດໄດ້ 35 ຕື້ກວ່າກີບ, ທຽບໃສ່ແຜນງວດ ເທົ່າກັບ 83,58% ທຽບໃສ່ແຜນປີ ເທົ່າກັບ 17,39%. ໃນນັ້ນ ພູດສູນກາງປະຕິບັດໄດ້ 6 ຕື້ກວ່າກີບ ແລະ ພູດທ້ອງຖິ່ນ ປະຕິບັດໄດ້ 29 ຕື້ກວ່າກີບ. ສ່ວນດ້ານລາຍຈ່າຍ ທີ່ສະພາຮັບຮອງທັງໝົດ 440 ຕື້ກວ່າກີບ ສາມາດປະຕິບັດໄດ້ 99 ຕື້ກວ່າກີບ ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 14,37%.
ສໍາລັບ ທິດທາງ 9 ເດືອນທ້າຍ ປີ 2018 ຈະສູ້ຊົນຈັດເກັບລາຍຮັບ ໃຫ້ໄດ້ 169 ຕື້ກວ່າກີບ, ສ່ວນລາຍຮັບພູດສູນກາງ ປະຕິບັດຢູ່ແຂວງຕ້ອງສູ້ຊົນຈັດເກັບລາຍຮັບໃຫ້ ໄດ້ 58 ຕື້ກວ່າກີບ, ລາຍຮັບທ້ອງຖິ່ນ ຕ້ອງສູ້ຊົນປະຕິບັດລາຍຮັບ ໃຫ້ໄດ້ 110 ຕື້ກວ່າກີບ ແລະ ດ້ານລາຍຈ່າຍຕ້ອງປະຕິບັດ ບໍ່ໃຫ້ເກີນ 338 ຕື້ກວ່າກີບ, ຄາດຄະເນໝົດປີ ບໍ່ໃຫ້ເກີນ 437 ຕື້ກວ່າກີບ.
Editor: ຂ່າວສານປະເທດລາວ