ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ, ຮອງຜູ້ອໍານວຍການບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈໍາກັດ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດວັນກຳມະກອນສາກົນ ວັນທີ 1 ພຶດສະພາ 2018 ຄົບຮອບ 132 ປີ ວ່າ: ວັນກໍາມະກອນສາກົນ ເປັນວັນໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຂອງຊາວຜູ້ອອກແຮງງານ, ເຮົາເອງກໍ່ເປັນຜູ້ຫນຶ່ງທີ່ເຄີຍອອກແຮງງານ ຈົນກ້າວມາເປັນຮອງຜູ້ອໍານວຍການ. ສະນັ້ນ ບໍລິສັດ ບົວລະພາ ກໍ່ໃຫ້ຄວາມສໍາຄັນຕໍ່ຜູ້ອອກແຮງງານ ໂດຍມີການສົມທົບກັບ ກໍາມະບານ, ຂະແໜງການແຮງງານ, ຊ່ຽວຊານຕ່າງປະເທດ ເຜີຍແຜ່ລະບຽບການ, ການຝືກອົບຮົມໃຫ້ຊາວຜູ້ອອກແຮງງານໃຫ້ຮູ້ຈັກການອອກແຮງງານໃນໂຮງຈັກໂຮງງານໃຫ້ຖືກວິທີ, ການປະຖົມພະຍາບານ ແລະ ການນຸ່ງຖື. ພ້ອມນັ້ນ ກໍ່ຍັງໄດ້ປະຕິບັດລະບຽບການ ນະໂຍບາຍຕ່າງໆ ຊຸກຍູ້ຊ່ວຍເຫຼືອ ຊາວຜູ້ອອກແຮງງານເປັນຕົ້ນແມ່ນ ວັນພັກປະຈໍາປີ, ເບິ່ງແຍງຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານ, ການເລື່ອນຕໍາແໜ່ງງານຕາມຄວາມສາມາດຂອງພະນັກງານ.
ທ່ານ ວັນນິຖາ ພົມມະວົງ, ຮອງຜູ້ອໍານວຍການໂຮງງານປຸງແຕ່ງໄມ້ ບໍລິສັດ ບົວລະພາ ໄດ້ກ່າວວ່າ ພາຍຫຼັງທີ່ເຂົ້າມາຮັບໜ້າທີ່ ກໍ່ຄືເຮັດວຽກໃນບໍລິສັດ ບົວລະພາ ເຫັນວ່າຊິວີດການເປັນຢູ່ດີຂຶ້ນ ສັງເກດຈາກພະນັກງານກໍ່ມີລາຍຮັບສູງຂຶ້ນ ຈາກທີ່ບໍ່ມີລົດຈັກກໍ່ມີ, ມີລົດໄຖນາກໍ່ມີ. ທ່ານກ່າວວ່າ: ເນື່ອງໃນໂອກາດວັນກໍາມະກອນສາກົນ ທີ່ຈະມາເຖິງນີ້ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈໍາກັດ ກໍ່ບໍ່ລົດລະໃນການປະຕິບັດຕາມລະບຽບການຕ່າງໆຂອງລັດວາງອອກ ໂດຍສະເພາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງໃນວັນທີ 1 ພຶດສະພາ ຂອງທຸກປີ ກໍ່ໄດ້ພັກວຽກໃຫ້ພະນັກງານ, ພ້ອມນັ້ນ ກໍາມະກອນຂອງບໍລິສັດ ບົວລະພາ ກໍ່ເຮັດວຽກສອດຄ່ອງກັບກົດໝາຍວ່າດ້ວຍແຮງງານວາງອອກຢ່າງເຂັ້ມງວດ ຄື: ເຮັດວຽກ ວັນຈັນ-ວັນສຸກ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ຄ່າແຮງງານຕໍ່າສຸດ ກໍ່ບໍ່ຫຼຸດ 1.200.000 ກີບ, ສ່ວນພະນັກງານຮັບຈ້າງໃນສວນກ້າ ມື້ໜຶ່ງບໍ່ຫຼຸດ 100.000 ກີບຕໍ່ຄົນ.
Editor: ຕະວັນ ແສງສະຫວັນ