ວັນທີ 26 ເມສາ 2018 ນີ້, ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານຄຸ້ມຄອງແຮງງານ ຢູ່ 2 ຫົວໜ່ວຍແຮງງານຄື: ບໍລິສັດ ຜະລິດເກີບ CKL ບ້ານຊຽງດາ ແລະ ບໍລິສັດ ເຈແຟມີລີ ເທຣດດິ້ງ ຈຳກັດຜູ້ດຽວ ບ້ານສົມສະຫງ່າ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ. ທັງນີ້ ກໍເພື່ອເປັນການສ້າງຂວັນກຳລັງໃຈໃຫ້ແກ່ຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ເນື່ອງໃນໂອກາດສະເຫລີມສະຫລອງ ວັນກຳມະກອນສາກົນ 1 ພຶດສະພາ ຄົບຮອບ 132 ປີ ທີ່ຈະມາເຖິງນີ້ ແລະ ເປັນການປົກປ້ອງສິດຜົນປະໂຫຍດ ຂອງຜູ້ໃຊ້ແຮງານ ແລະ ຜູ້ອອກແຮງງານ.
ໂອກາດນີ້ ທ່ານລັດຖະມົນຕີ ປອ ຄຳແພງ ໄຊສົມແພງ ກໍຍັງໄດ້ໂອ້ລົມຕໍ່ຫົວໜ່ວຍແຮງງານດັ່ງກ່າວ ວ່າ: ກຳລັງແຮງງານມີສວ່ນສຳຄັນໃນທຸກຂົງເຂດວຽກງານ, ຜູ້ໃຊ້ແຮງງານກໍຕ້ອງເຫັນໄດ້ຄວາມສຳຄັນຂອງຜູ້ອອກແຮງງານ ແລະ ປະຕິບັດຕາມກົດລະບຽບ ແລະ ກົດໝາຍວ່າດ້ວຍແຮງງານ ດຳເນີນທຸລະກິດແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຖ້າແຮງງານບໍ່ມີຄຸນນະພາບ ຫລື ຜູ້ໃຊ້ແຮງງານ ປະຕິບັດລະບຽບການລົງທຶນບໍ່ຖືກຕ້ອງ ກໍຈະເຮັດໃຫ້ການດຳເນີນທຸລະກິດ ກໍ່ຈະບໍ່ມີປະສິດທິຜົນ ແລະ ອື່ນໆ.
ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຜູ້ປະກອບການ, ຍົກສູງຜະລິດໃຫ້ນັບມື້ຫລາຍຂຶ້ນ, ໃຫ້ມີຫລາຍສີສັນ, ຫລາຍຮູບແບບ ແລະ ທີ່ສຳຄັນຕ້ອງຮັບປະກັນທາງດ້ານຄຸນນະພາບ ເພື່ອດຶງດູດໃຫ້ສັງຄົມ ຫັນມາຊົມໃຊ້ຜະລິດຕະພັນ ທີ່ໂຮງງານຜະລິດອອກໃຫ້ນັບມື້ຫລາຍຂຶ້ນ.
ພ້ອມກັນນີ້, ທ່ານ ປອ ຄຳແພງ ໄຊສົມແພງ ຍັງໄດ້ຮັບຟັງການລາຍງານການດຳເນີນທຸລະກິດໂດຍຫຍໍ້ຂອງແຕ່ລະບໍລິສັດ ເຊິ່ງພະນັກງານໃນແຕ່ລະບໍລິສັດ ແມ່ນໄດ້ປະຕິບັດຕາມລະບຽບກົດໝາຍຂອງ ສປປ ລາວ ເປັນຢ່າງດີ.
Editor: ຂ່າວສານແຮງງານ ແລະ ສະຫວັດດີການສັງຄົມ