ໃນວັນທີ 26 ເມສາ 2018 ຢູ່ທີ່ເດີນໂຮງຮຽນ ບ້ານ ທ່າປະໂຈ້ນ, ເມືອງ ບົວລະພາ, ແຂວງຄຳມ່ວນ ໄດ້ຈັດພິທີປະກາດຮັບຮອງເອົາ 9 ບ້ານວັດທະນະທຳໃໝ່ ຂອງເມືອງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳເພົ່າ ທອງເທພາຮັກ, ເຈົ້າເມືອງເມືອງບົວລະພາ, ທ່ານ ບຸນທໍາ ທໍາມະວົງ, ຮອງຫົວໜ້າພະແນກຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຮອງເຈົ້າເມືອງ ພ້ອມດ້ວຍບັນດາແຂກຖືກເຊີນ, ນາຍບ້ານ, ອໍານາດການປົກຄອງບ້ານ, ພໍ່ແມ່ປະຊາຊົນທັງ 9 ບ້ານເຂົ້າຮ່ວມ.
ບ້ານວັດທະນະທໍາໃໝ່ ຄື: ບ້ານ ຈະແລດ, ບ້ານທ່າປະໂຈ້ນ, ບ້ານ ໂຄກ, ບ້ານກະເຕາະ, ບ້ານ ຫີນລັບ, ບ້ານ ນ້ຳຈະຫລາ, ບ້ານ ຫຍ້າແວດ, ບ້ານໜອງປີງ ແລະ ບ້ານກວນຂະໂຍມ. ທັງ 9 ບ້ານ ມີພົນລະເມືອງ ທັງໝົດ 4.140 ຄົນ, ຍິງ 1.872 ຄົນ, ມີຫລັງຄາເຮືອນທັງໝົດ 707 ຫລັງຄາເຮືອນ, ມີຄອບຄົວທັງໝົດ 656 ຄອບຄົວ, ມີ 6 ຊົນເຜົ່າຄື: ຊົນເຜົ່າງ້ວນ, ຊົນເຜົາມະກອງ, ຊົນເຜົ່າຜູ້ໄທ, ຊົນເຜົ່າຈະຣີ, ຊົນເຜົ່າຕຣີ ແລະ ຊົນເຜົ່າຜູ້ນ້ອຍມີການດຳລົງຊີວິດຕິດພັນກັບທຳມະຊາດ. ໃນພິທີທ່ານ ບຸນທຳ ທຳມະວົງ ໄດ້ເປັນກຽດມອບໃບຢັ້ງຢືນບ້ານວັດທະນະທໍາໃຫ້ແກ່ອໍານາດການປົກຄອງບ້ານ ທັງ 9 ບ້ານ ແລະ ທ່ານ ເຈົ້າເມືອງ ກໍ່ໄດ້ໂອ້ລົມຕໍ່ອໍານາດການປົກຄອງ ແລະ ພໍ່ແມ່ປະຊາຊົນ ທັງ 9 ບ້ານ ແລະ ຍັງໄດ້ຍ້ອງຍໍຊົມເຊີນ ທັງ 9 ບ້ານ ທີ່ສາມາດຍາດແຍ່ງເອົາຜົນງານດັ່ງກ່າວມາໄດ້ ພ້ອມນັ້ນ ທ່ານຍັງໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງຈົ່ງພ້ອມກັນເອົາໃຈໃສ່ປະຕິບັດວຽກງານຕ່າງໆ ທີ່ໄດ້ຮັບມອບໝາຍ ໂດຍສະເພາະ ແມ່ນບັນຫາຂໍ້ຄົງຄ້າງທີ່ເຮັດໃຫ້ການປະຕິບັດບໍ່ໄດ້ຮັບຜົນສຳເລັດ, ສືບຕໍ່ສ້າງຄອບຄົວທີ່ຍັງເຫຼືອໃຫ້ກາຍເປັນຄອບຄົວວັດທະນະທຳ ໃຫ້ກວມເອົາ 100% ພ້ອມກັນນັ້ນຈົ່ງຮັກສານາມມະຍົດບ້ານວັດທະນະທຳ ເພື່ອກ້າວໄປສູ່ບ້ານພັດທະນາໃນອະນາຄົດ.
Editor: ນັກຂ່າວເມືອງບົວລະພາ